ການວາງສະເບີດສະຫຼະຊີບແນໃສ່ກອງທັບແລະກຳລັງຕ່າງປະເທດຢູ່ອາບການິດສະຖານ

ການວາງສະເບີດສະຫຼະຊີບແນໃສ່ກອງທັບແລະກຳລັງຕ່າງປະເທດຢູ່ອາບການິດສະຖານ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ​ຕອນ​ບ່າຍ​ວັນ​ທີ 08/10, ມີ​​ຜູ້​ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ໄດ້​ບຸກ​ໂຈມ​ຕີ​ແນ​ໃສ່​ລົດ​ຂອງກອງ​ທັບ​ຢູ່​ແຂວງ Nangarhar, ທາງ​ທິດ​ຕາ​ເວັນ​ອອກ ອາ​ບ​ກາ​ນິດ​ສະ​ຖານ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 1 ຄົນ​ເສຍ​ຊີ​ວິດ ແລະ 4 ຄົ​ນ​ຖື​ກຮັບ​ບາດ​ເຈັບ. ເຫດ​ການ​ດັ່ງ​ກ່າວ​ຖືກ​ເກີດ​ຂຶ້​ນ​ຢູ່ເມືອງ​ເອກ Jalalabad, ແຂວງ Nangarhar, ​, ຫ່າງ​ຈາກ​ນະ​ຄອນ​ຫຼວງ Kabul ທາງ​ທິດ​ຕາ​ເວັນ​ອອກ 120 ກ.ມ. ເປົ້າ​ໝາຍກໍ່​ການ​ຮ້າຍ​ໄດ້​ເຮັດ​ໃຫ້​ລະ​ເບີດ​ຖື​ນຳ​ຕົວ​ແຕກ ຢູ່​ໃກ້​ກັບ​ລົດ​ຂອງກອງ​ທັບ. ບັນ​ດາ​ຜູ້​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ລ້ວນ​ແຕ່​ແມ່ນ​ສາ​ມັນ​ຊົນ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ເມືອງ Chaparhar ຂອງ​ແຂວງ​ດັ່ງ​ກ່າວ, ມີລູກ​ລະ​ເບີດ​ລູກ​ໜຶ່ງ​​ຕັ້ງຢູ່​ແຄມ​ທາງ​ຖືກ​ລະ​ເບີດ​ຂຶ້ນ​​ຖືກ​​ຂະ​ບວນ​​ລົດ​ຂອງ​ກຳ​ລັງ​ຕ່າງ​ປະ​ເທດ, ເຮັດ​ໃຫ້​ຢ່າງ​ໜ້ອ​ຍ​ສຸດ 2 ຄົນ​​ຂອງ​ກຳ​ລັງ​ນີ້​ຖືກ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ