(vovworld) - ສະມາຄົມການຄ້າສາກົນສ.ເກົາຫຼີ (KITA) ວັນທີ 25/08 ໃຫ້ຮູ້ວ່າ, ວົງການການຄ້າສົ່ງອອກຂອງສ.ເກົາຫຼີ ມາຫວຽດນາມ ໃນ 7 ເດືອນປີ 2016 ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015, ຂຶ້ນເຖິງ 18 ຕື້ USD, ຜ່ານນັ້ນ, ນຳຫວຽດນາມ ກາຍເປັນຕະຫຼາດນຳເຂົ້າໃຫຍ່ອັນດັບ 3 ໃນໂລກຂອງສ.ເກົາຫຼີ. ມີນັກໄຈ້ແຍກຕະຫຼາດຫຼາຍຄົນຖືວ່າ, ການສົ່ງອອກຂອງສ.ເກົາຫຼີ ເຂົ້າຫວຽດນາມ ເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາ ແມ່ນຍ້ອນສັນຍາການຄ້າເສລີ (FTA) 2 ຝ່າຍໄດ້ມີຜົນສັກສິດນັບແຕ່ທ້າຍປີ 2015, ອັນໄດ້ຊຸກແຮງບັນດາການເຄື່ອນໄຫວດ້ານການຄ້າລະຫວ່າງ 2 ປະເທດ ເຊິ່ງເຄີຍພັດທະນາ, ພາຍຫຼັງ FTA ລະຫວ່າງສ.ເກົາຫຼີ ແລະ ອາຊຽນ ເຊິ່ງຫວຽດນາມ ແມ່ນສະມາຊິກ ເຊິ່ງໄດ້ເລີ່ມປະຕິບັດເມື່ອປີ 2007. ບັນດານັກໄຈ້ແຍກກໍ່ໃຫ້ຂໍ້ສັງເກດວ່າ, ຄວາມຕ້ອງການຂອງຫວຽດນາມ ສຳລັບບັນດາຜະລິດຕະພັນຂອງສ.ເກົາຫຼີ ຍັງສາມາດເພີ່ມຂຶ້ນຕື່ມອີກໃນໄລຍະຈະມາເຖິງ.