ການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ
(ພາບປະກອບ: AFP)
(vovworld) - ວັນທີ 04/12, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຍີ່ປຸ່ນ Shinsuke Sugiyama ໄດ້ດຳເນີນການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6. 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບນະໂຍບາຍການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍເຫັນດີນຳກັນຕ້ອງເພີ່ມທະວີການຮ່ວມມື ແລະ ສົມທົບກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ ກໍມີການພົບປະກັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຍີ່ປຸ່ນ Masakazu Hamachi. 2 ຝ່າຍໄດ້ເຫັນດີນຳກັນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນຢ່າງເລິກເຊິ່ງ ກວ້າງຂວາງ. 2 ຝ່າຍກໍເຫັນດີເພີ່ມທະວີການພົວພັນລະຫວ່າງກະຊວງການຕ່າງປະເທດ 2 ປະເທດຍິ່ງກວ່າອີກ.