(vovworld) – ລາຍການສະແດງສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ 2 ປະເທດ ຫວຽດນາມ ແລະ Mozambique ຈະດຳເນີນຢູ່ ຮ່າໂນ້ຍ ໃນຕອນຄຳ່ວັນທີ 16/6 ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນຂຶ້ນກັບຄະນະສິລະປະກອນແຫ່ງຊາດ Mozambique. ລາຍການດັ່ງກ່າວໂດຍສູນຈັດຕັ້ງການສະແດງສິລະປະ ຂຶ້ນກັບກົມສິລະປະການສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວສົມທົບກັບສະຖານທູດ Mozambique ປະຈຳ ຫວຽດນາມ ຈັດຕັ້ງ. ໂດຍແມ່ນຄະນະສິລະປະກອນທີ່ມີຊື່ສຽງໄດ້ຮັບຫຼາຍລາງວັນສາກົນ, ເຄີຍໄປສະແດງຢູ່ ອາບຟຣິກາ, ອາຊີ, ເອີລົບ ແລະ ທະວີບອາເມລິກາ ໃນນັ້ນມີ ອາເມລິກາ. ນີ້ເປັນຄັ້ງທຳອິດທີ່ ຄະນະສິລະປະກອນແຫ່ງຊາດ Mozambique ມີການສະແດງສິລະປະຢູ່ ຫວຽດນາມ.