ການສະແດງສິລະປະ ຕີຄ້ອງໄຕງວຽນຢູ່ ປາຣີ-ຝະລັ່ງ
Thùy Vân-Đào Dũng -  
(ພາບ: thanhnien.com.vn)
(vovworld) – ການສະແດງສິລະປະລັ່ນຄ້ອງໄຕງວຽນ ໄດ້ຖືກນຳມາວາງະແດງບົນຖະໜົນປາຣີ ໃນງານ Carnaval ເຂດຮ້ອນປີ 2014 ເປັນຄັ້ງທຳອິດ. Carnaval ເຂດຮ້ອນແມ່ນການເຄື່ອນໄຫວວັດທະນະທຳບົນຖະໜົນປະຈຳປີ ໂດຍສຳນັກງານປົກຄອງປາຣີ ຈັດຕັ້ງຂຶ້ນໃນໂອກາດລະດູຮ້ອນ ຊື່ງໄດ້ສ້າງບັນຍາກາດທີ່ຟົດຟື້ນໃນເສັ້ນທາງຍາວກ່ວາ 3 ກມ ຢູ່ໃຈກາງນະຄອນຫຼວງປາຣີ ແລະ ຈຸດສຸມແມ່ນສະໜາມຫຼວງ Leon Blum ຢູ່ເມືອງ 11, ປາຣີ. ປີ 2014 ນີ້ມີ 44 ຄະນະເຂົ້າຮ່ວມ Carnaval ເຂດຮ້ອນ. ພິເສດ, ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມ Carnaval ເຂດຮ້ອນດ້ວຍການສະແດງລັ່ນຄ້ອງໄຕງວຽນ ທີ່ເປັນເອກະລັກສະເພາະ ໄດ້ສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນບົນຖະໜົນປາຣີ. ທ່ານນາງ Anne Hidalgo ເຈົ້າຄອງຄົນໃໝ່ຂອງນະຄອນປາຣີ ຢືນຢັນວ່າ: Carnaval ເຂດຮ້ອນແມ່ນການເຄື່ອນໄຫວເພື່ອຊຸກຍູ້ວັດທະນະທຳຫຼາຍຮູບແບບຂອງປະຊາຄົມທີ່ດຳລົງຊີວິດ ແລະ ສະໜິດຕິດພັນຢູ່ປາຣີ. ທ່ານນາງເຈົ້າຄອງນະຄອນຫຼວງປາຣີ ໄດ້ຕີລາຄາສູງການເຊື່ອມໂຍງ ແລະ ການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ຢູ່ປາຣີ ເວົ້າລວມກໍ່ຄືຢູ່ປະເທດຝະລັ່ງເວົ້າສະເພາະ.
ຫົວເລື່ອງຂອງ Carnaval ເຂດຮ້ອນປີ 2014 ແມ່ນຮູບເງົາ. ການເຂົ້າຮ່ວມຂອງຄະນະນັກສິລະປະກອນຄ້ອງໄຕງວຽນ ໄດ້ດຶງດູດຄວາມສົນໃຈຈາກເພື່ອນມິດຝະລັ່ງ ແລະ ສາກົນ. ການເຂົ້າຮ່ວມພິເສດສະເພາະນີ້ ແມ່ນໂອກາດສຳຄັນເພື່ອແນະນຳສິລະປະ, ວັດທະນະທຳ, ຊາວຫວຽດນາມ ກັບປະຊາຊົນປາຣີ ແລະ ແຂກສາກົນ./.
Thùy Vân-Đào Dũng