ການສຳມະນາກ່ຽວກັບສ້າງແຜນຮ່າງ ປັບປຸງການຈັດຕັ້ງກົງຈັກສະຫະພັນ ເຂດທົ່ງພຽງແມ່ນ້ຳຂອງ
ເຂດທົ່ງພຽງແມ່ນ້ຳຂອງ
(ພາບ:vi.wikipedia.org)
( vovworld ) – ວັນທີ 2/8, ຢູ່ແຂວງ Vinh Long ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ຈັດກອງປະຊຸມສຳມະນາແບ່ງປັນບົດຮຽນໃນການສ້າງແຜນຮ່າງປັບປຸງການຈັດຕັ້ງກົງຈັກບັນດາສະຫະພັນສະມາຄົມເຂດທົ່ງພຽງແມ່ນ້ຳຂອງ ໂດຍມີການເຂົ້າຮ່ວມຂອງການນຳສະຫະພັນສະມາຄົມ 13 ແຂວງນະຄອນເຂດທົ່ງພຽງແມ່ນ້ຳຂອງ ແລະ ນະຄອນໂຮ່ຈິມິນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ແບ່ງປັນຫຼາຍບັນຫາກ່ຽວກັບບັນຈຸພະນັກງານ, ຫົວໜ່ວຍເປັນເສນາທິການຊ່ວຍວຽກໃຫ້ສະຫະພັນ ແລະ ວາງແຜນພະນັກງານຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ. ທີ່ກອງປະຊຸມສຳມະນາ, ບັນດາສະຫະພັນສະມາຄົມບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ ໄດ້ຕີລາຄາຢ່າງຮອບດ້ານບັນດາຂໍ້ຈຳກັດ, ຄວາມຫຍຸ້ງຍາກໃນວຽກງານປັບປຸງກົງຈັກ; ຊອກຫາມາດຕະການຄົບຊຸດພ້ອມທັງສະເໜີບັນດາຂັ້ນທີ່ມີສິດອຳນາດປັບປຸງເອກະສານດ້ານກົດໝາຍໃຫ້ສຳເລັດບໍລິບູນ ເພື່ອແນໃສ່ປັບປຸງ ແລະ ເຮັດໃຫ້ກົງຈັກຂອງສະຫະພັນສະມາຄົມ ແລະ ບັນດາສະມາຄົມສະມາຊິກເຄືອ່ນໄຫວເປັນປົກກະຕິດ ແລະ ທີ່ນັບມື້ນັບມີປະສິດທິຜົນກ່ວາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໄດ້ວາງອອກເປັນຢ່າງດີ.