(vovworld) - ຕອນບ່າຍວັນທີ 24/10, ຢູ່ວຽງຈັນ, ສະຖາບັນວິທະຍາສາດສັງຄົມຫວຽດນາມ ແລະ ສະຖາບັນວິທະຍາສາດສັງຄົມລາວ ໄດ້ສົມທົບກັນຈັດຕັ້ງການສຳມະນາທີ່ມີຫົວຂໍ້ວ່າ “ບາງມາດຕະການຕົ້ນຕໍເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ໄລຍະ 2011 -2020”. ທີ່ການສຳມະນາ, ການນຳຂອງສອງສະຖາບັນ ແລະ ບັນດານັກວິທະຍາສາດໄດ້ຢືນຢັນວ່າ ການພົວພັນແບບພິເສດຫວຽດນາມ - ລາວ ພວມພັດທະນາທັງລວງກວ້າງ ແລະ ລວງເລິກ, ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ເພື່ອປັບປຸງ ແລະ ພັດທະນາສາຍພົວພັນແບບພິເສດລາວ - ຫວຽດນາມ ໃນເງື່ອນໄຂໃໝ່, ບັນດາຜູ້ແທນໄດ້ຖືວ່າ ສອງປະເທດຕ້ອງຮັກສາການພົບປະລະຫວ່າງການນຳຂັ້ນສູງເປັນປະຈຳ; ເພີ່ມທະວີການສຶກສາປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງສອງປະເທດຊາບຊຶມແລະ ເຂົ້າໃຈສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ; ຜັນຂະຫຍາຍຍຸດທະສາດການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ, ເຕັກນິກໄລຍະ 2011 – 2020 ເຊິ່ງສອງປະເທດໄດ້ຮັບການລົງນາມຢ່າງມີປະສິດທິຜົນ; ສອງປະເທດຄວນແລກປ່ຽນ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສພາກພື້ນ ແລະ ສາກົນ, ເພື່ອແນໃສ່ຕ້ານກົນອຸບາຍແບ່ງແຍກຂອງກຳລັງທີ່ເປັນປໍລະປັກພາຍນອກ ແລະ ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ແລະກໍໃນວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າກະຊວງພາຍໃນຫວຽດນາມ ແລະ ລາວ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດສຳເນົາເອກະສານ.