( vovworld ) – ການສຳມະນາສາກົນ “ ບັນດາບັນຫາຕົວຈິງຂອງຄວາມສະຫງົບປອດໄພຢູ່ພາກພື້ນອາຊີ ແລະ ທະເລຕາເວັນອອກ ” ຫາກໍຈັດຂຶ້ນຢູ່ລັດເຊຍ ໄດ້ດຶງດູດບັນດາຜູ້ຊ່ຽງຊານ, ນັກຮຽນຮູ້ຂອງປະເທດເຈົ້າພາບ ແລະ ບາງປະເທດເອີລົບ, ອາຊີ. ທີ່ການສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາປັດໃຈທີ່ສົ່ງຜົນສະທ້ອນເຖິງລະບົບຄວາມສະຫງົບປອດໄພຢູ່ພາກພື້ນອາຊີຕາເວັນອອກ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ, ການສົມທົບກັນກໍຄືການແກ່ງແຍ້ງຂອງບັນດາປະເທດຢູ່ພາກພື້ນນີ້, ບັນຫາພິພາດເຂດດິນແດນ, ເຂດທະເລຕາເວັນອອກ, ຊ່ວງເສັງປະກອບອາວຸດ ແລະ ແຜ່ຂະຫຍາຍອາວຸດນິວເຄຼຍຢູ່ອາຊີຕາເວັນອອກ… ບັນດາບົດປະກອບຄຳເຫັນທີ່ການສຳມະນາໄດ້ຄັດຄ້ານ ແລະ ຕຳນິຕິຕຽນຄວາມສຳນຶກ “ ຮູບລິນງົວໃນແຜນທີ ” ໂດຍຈີນຍົກອອກມາແມ່ນບໍ່ມີຫຼັກຖານດ້ານວິທະຍາສາດ, ພ້ອມກັນນັ້ນຮຽກຮ້ອງໃຫ້ການແກ້ໄຂການພິາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ແລະ ບົນພື້ນຖານສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ບັນດາປະເທດອາຊຽນເພີ່ມທະວີການສົມທົບກັນ ແລະ ເປັນເອກະພານຫຼັກໜັ້ນໃນບັນຫາຢູ່ທະເລຕາເວັນອອກ. ບັນດານັກຮຽນຮູ້ ແລະ ຜູ້ຊ່ຽວຊານໄດ້ຊົມເຊີຍສັນຍາ 6 ຂໍ້ລະຫວ່າງຫວຽດນາມ ແລະ ຈີນ, ຖືນັ້ນເປັນໜື່ງໃນໃນບັນດາພື້ນຖານເພື່ອແກ້ໄຂບັນຫາຢູ່ທະເລຕາເວັນອອກ, ພ້ອມກັນນັ້ນຮຽກຮ້ອງເພີ່ມທະວີການຄົ້ນຄວ້າເອກະສານປະຫວັດສາດ, ໃນນັ້ນມີເອກະສານຕ່າງໆທີ່ໄດ້ແນະນຳທາງແວບຊາຍຂອງຫວຽດນາມ ກ່ຽວກັບໝູ່ເກາະ Hoang Sa ແລະ Truong Sa. ບັນດາບົດປະກອບຄຳເຫັນໄດ້ສະເໜີຢູ່ທີ່ການສຳມະນາໄດ້ຍົກອອກບັນດາຫຼັກຖານຢືນຢັນວ່າ Hoang Sa ແລະ Truong Sa ຂຶ້ນກັບອະທິປະໄຕຂອງຫວຽດນາມ.