ການສຳຫຼວດປະຊາກອນ ແລະເຮືອນຢູ່ກາງສະໄໝ
ແຂວງນາມດິ້ງຜັນຂະຫຍາຍການສຳຫຼວດປະຊາກອນ ແລະ ເຮືອນຢູ່
(ພາບ: baonamdinh.com.vn)
(vovworld)- ວັນທີ 1/4, ກົມໃຫ່ຍສະຖິຕິໄດ້ດຳເນີນການສຳຫຼວດປະຊາກອນ ແລະ ເຮືອນຢູ່ກາງສະໄໝດ້ວຍຈຸດປະສົງເພື່ອເກັບກຳບັນດາຂໍ້ມູນຂ່າວກ່ຽວກັບປະຊາກອນ ແລະ ເຮືອນຢູ່, ຮັບໃຊ້ໃຫ້ແຫ່ການຕີລາຄາສະພາບການປະຕິບັດບັນດາແຜນການພັດທະນາເສດຖະກິດສັງຄົມໄລຍະ 2011-2015. ພ້ອມກັນນັ້ນ, ນີ້ກໍ່ແມ່ນພື້ນຖານເພື່ອສ້າງແຜນການຍຸດທະສາດພັດທະນາແຫ່ງຊາດ ກ່ຽວກັບປະຊາກອນ ແລະ ເຮືອນຢູ່ຂອງໄລຍະ 2016-2020 ແລະ ກໍ່ແມ່ນຈຸດໝາຍຕີລາຄາສະພາບການປະຕິບັດຈຸດໝາຍພັດທະນາສະຫັດສະວັດຂອງ ສປຊ ຊື່ງຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ. ຜ່ານການສຳຫຼວດປະຊາກອນ ແລະ ເຮືອນຢູ່ຄັ້ງນີ້, ກົມໃຫ່ຍສະຖິຕິຈະສ້າງສາງຂໍ້ມູນເອກະສານເພື່ອນຳໃຊ້ໃນການວິເຄາະ ແລະ ຄາດຄະເນ, ຄົ້ນຄ້ວາເລິກບັນດາຫົວເລື່ອງສະເພາະຮັບໃຊ້ແຕ່ລະຂົງເຂດຂອງພື້ນຖານເສດຖະກິດ. ທ່ານຫງວຽນບິກເລິມ, ຫົວໜ້າກົມໃຫ່ຍສະຖິຕິ (ກະຊວງແຜນການ ແລະ ການລົງທຶນຫວຽດນາມ) ໃຫ້ຮູ້ວ່າ:
“ການສຳຫຼວດປະຊາກອນ ແລະ ເຮືອນຢູ່ຄັ້ງນີ້ມີຂອບເຂດກ້ວາງຂວາງທີ່ສຸດ. ນີ້ແມ່ນການສຳຫຼວດທີ່ເປັນແບບຢ່າງ ຈະຖືກດຳເນີນຢູ່ 1,12 ລ້ານຄອບຄົວໃນທົ່ວ 63 ແຂວງ, ນະຄອນ. ນີ້ແມ່ນການສຳຫຼວດທີ່ມີຂອບຂະໜາດໃຫ່ຍ, ຢູ່ທັງເຂດຕົວເມືອງ ແລະ ຊົນນະບົດ, ສະນັ້ນແມ່ນການສຳຫຼວດທີ່ສຳຄັນ. ການສຳຫຼວດກາງສະໄໝຄັ້ງນີ້ມີຂອບເຂດ, ເນື້ອໃນ, ເປົ້າໝາຍສຳຫຼວດ, ຂໍ້ມູນຂ່າວຄືກັນກັບການສຳຫຼວດປະຊາກອນທົ່ວປະເທດ“./.