ການຮັບປະກັນສັນຕິພາບ,ສະຖຽນລະພາບແລະຄວາມໝັ້ນຄົງທະເລ

(vovworld)-ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງ​ທີ 20 (ARF 20) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 3 (EAS 3) ດຳ​ເນີນ​ໄປ​ໃນ​ວັນ​ທີ 2/7 ຢູ່ ບຣູ​ໄນ. ທີ່​ກອງ​ປະຊຸມ ARF, ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ເນັ້ນ​ຫນັກ​ວ່າ: ARF ຄວນ​ສືບ​ຕໍ່​ເສີມ​ຂະຫຍາ​ຍບົດບາດ​ເປັນ​ເຈົ້າ​ການ​ຊຸກຍູ້​ການ​ປະຕິບັດ​​ບັນດາ​ຫລັກການ, ມາດຖານ​ຂອງ​ພາກ​ພື້ນ​ກໍ​ຄື​ກົດໝາຍ​ສາກົນ, ​ເພີ່ມ​ທະວີ​ການ​ເຈລະຈາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ຫລື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ເຄື່ອງ​ມື​​ຮ່ວມ​ມື​ດ້ານ​ການ​ເມືອງ-ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ. ກອງ​ປະຊຸມ​ໄດ້​ຢືນຢັນ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ​ບົນ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ປະ​ເທດ​ໄດ້​ຊົມ​ເຊີຍ​ເລື່ອງ ອາ​ຊຽນ ​ແລະ ຈີນ ຈະ​ດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ຢ່າງ​ເປັນ​ທາງ​ການ​ເພື່ອ​ມຸ້ງ​ໄປ​ເຖິງ​ສ້າງ​ສຳເລັດປະມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)​ໂດຍ​ໄວ.

ການຮັບປະກັນສັນຕິພາບ,ສະຖຽນລະພາບແລະຄວາມໝັ້ນຄົງທະເລ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet

        ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ EAS ຄັ້ງທີ 3, ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ເນັ້ນ​ຫນັກ​ວ່າ: ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕັ້ງຫນ້າ​ໃນ​ບັນດາ​ຂົ​ງ​ເຂດ​ບຸລິມະສິດ​ຊື່​ງລວມມີ: ການ​ເງິນ, ພະ​ລັງງານ, ການ​ສຶກສາ, ​ຄວບ​ຄຸມ​ໂລກລະບາດ, ​ໄພ​ທຳ​ມະ​ຊາດ ​ແລະ ​ເຊື່ອມ​ຈອດ​ອາ​ຊຽນ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ຄວນ​ເພີ່ມ​ທະວີ​ການ​ຊຸກຍູ້​ການຮ່ວມ​ສຳພັນ​ເສດຖະກິດພາກ​ພື້ນ​ຜ່ານ​ການ​ຍູ້​ແຮງ​ຄວາມ​ຄືບ​ຫນ້າ​ເພື່ອ​ສຳ​ເລັດ​ການ​ເຈລະຈາ​ຄູ່​ຮ່ວມ​ມື​​ເສດຖະກິດ​ຮອບດ້ານ​ພາກ​ພື້ນ​ໃນ​ປີ 2015.

 

 

 

ຂ່າວ/ບົດ​ອື່ນ