ການຮ່ວມມືດ້ານການສຶກສາ,ກໍ່ສ້າງຫວຽດນາມ - ຍີ່ປຸ່ນໄດ້ແລະພວມປະສົບຜົນສຳເລັດ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບ ທ່ານ Hiroshi Hase)
(vovworld)- ໃນວັນທີ4/5, ທີ່ພິທີຕ້ອນຮັບ ທ່ານ Hiroshi Hase ລັດຖະມົນຕີວ່າການກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຢີ ຢີປຸ່ນ ທີ່ພວມເຮັດວຽກຢູ່ ຫວຽດນາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຖືວ່າ ການຮ່ວມມື ຫວຽດນາມ ແລະ ຢີປຸ່ນ ແມ່ນການຮ່ວມມືຮອບດ້ານ, ມີຍຸດທະສາດ, ຫຼາຍດ້ານ, ໃນນັ້ນ, ຂົງເຂດການຮ່ວມມື ທີ່ສ້າງຄວາມປະທັບໃຈ ແລະ ເຂັ້ມແຂງ ນັ້ນແມ່ນການຮ່ວມມືດ້ານການ ສຶກສາ. ປັດຈຸບັນ ລັດຖະບານ ຫວຽດນາມ ແລະ ຢີປຸ່ນ ລ້ວນແຕ່ຕັ້ງໜ້າຜັນຂະຫຍາຍ ບັນດາລາຍການຮ່ວມມື ເພື່ອປະຕິບັດແຜນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ແລະ ບຳລຸງສ້າງປະລີນຍາເອກ ຢູ່ຢີປຸ່ນ. ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ: ຢີປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ກໍ່ສ້າງ ແລະ ພັດທະນາ ແຫຼ່ງຊັບພະຍາກອນມະນຸດ; ຍູ້ແຮງການຮ່ວມມືສອງຝ່າຍ ລະຫວ່າງບັນດາມະຫາວິທະຍາໄລສອງປະເທດ; ສະຫງວນ ODA ໃຫ້ກູ້ຍືມດ້ວຍດອກເບ້ຍພິເສດ ເພື່ອຍົກລະດັບ ບັນດາມະຫາວິທະຍາໄລຫວຽດນາມ, ຊຸກຍູ້ການພັດທະນາການຮ່ວມມື ຄົ້ນຄ້ວາວິທະຍາສາດ ລະຫວ່າງ ສອງປະເທດ; ຈັດຕັ້ງການພົບປະແລກປ່ຽນດ້ານວັດທະນະທຳ, ແລກປ່ຽນນັກສຶກສາ ລະຫວ່າງ ສອງປະເທດ ແລະ ໃນ ASEAN. ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ກຽມພ້ອມເປັນຂົວຕໍ່ການຮ່ວມມື ກັບບັນດາອົງການ ກ່ຽວຂ້ອງຂອງຢີປຸ່ນ ເພື່ອປະຕິບັດບັນດາແຜນການດັ່ງກ່າວ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໃນໄລຍະຈະມາເຖິງ, ສອງປະເທດຕ້ອງເປີດກ້ວາງ ບັນດາຮູບແບບທີ່ປະສົບຜົນສຳເລັດ, ມີປະສິດທິຜົນໃນການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ພ້ອມທັງຍູ້ແຮງການຮ່ວມມືດ້ານວັດທະນະທຳ, ກິລາ, ວິທະຍາສາດ, ເຕັກໂນໂລຢີ, ບັນດາຂົງເຂດທີ່ຍັງມີຄວາມສາມາດບົມຊ້ອນຫຼາຍ ໃນການພັດທະນາ ລະຫວ່າງ ສອງປະເທດ.