ການ​ຮ່ວມ​ມື​ດ້ານ​​ການສຶກ​ສາ​ຕາມ​ລວງ​ກວ້າງ ແລະ ລວງ​ເລິກ​ລະ​ຫວ່າງ ຫວຽດ​ນາມ ແລະ ຮຸງ​ກາ​ຣີ

(VOVWORLD) -ທ່ານລັດຖະມົນຕີ ຫງວຽນກິມເຊີນ ປາດຖະໜາຢາກສືບຕໍ່ຮ່ວມມື ແລະ ຊຸກຍູ້ຂະແໜງການສຶກສາ, ບຳລຸງສ້າງຕາມລວງກວ້າງ ແລະ ລວງເລິກ ກັບ ຮຸງກາຣີ ຕື່ມອີກ, ໂດຍສະເພາະແມ່ນໃນການຜັນຂະຫຍາຍໂຄງການບຳລຸງສ້າງ, ເປີດກວ້າງໂຄງການບໍາລຸງສ້າງສາກົນ, ຕອບສະໜອງຄວາມຕ້ອງການສຶກສາຮ່ຳຮຽນຂອງນັກສຶກສາ ຫວຽດນາມ  ຈຳນວນຫຼາຍ ໃນປັດຈຸບັນ. ທ່ານລັດຖະມົນຕີສະເໜີຂົງເຂດທີ່ໃຫ້ບຸລິມະສິດຮ່ວມມືບຳລຸງສ້າງໃນໄລຍະຈະມາເຖິງ ແມ່ນ ຂົງເຂດການຢາ, ຖັດຈາກນັ້ນແມ່ນຂົງເຂດກະສິກຳ.
ການ​ຮ່ວມ​ມື​ດ້ານ​​ການສຶກ​ສາ​ຕາມ​ລວງ​ກວ້າງ ແລະ ລວງ​ເລິກ​ລະ​ຫວ່າງ ຫວຽດ​ນາມ ແລະ ຮຸງ​ກາ​ຣີ - ảnh 1ລັດຖະມົນຕີສອງທ່ານມອບຂອງຂວັນທີ່ລະນຶກໃຫ້ກັນ (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຕອນເຊົ້າວັນທີ 28 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ເຮັດວຽກກັບທ່ານ  Janos Csak ລັດຖະມົນຕີກະຊວງວັດທະນະທຳ ແລະ ປ່ຽນແປງໃໝ່ ຮຸງກາຣີ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

        ນະທີ່ນີ້, ທ່ານລັດຖະມົນຕີ ຫງວຽນກິມເຊີນ ປາດຖະໜາຢາກສືບຕໍ່ຮ່ວມມື ແລະ ຊຸກຍູ້ຂະແໜງການສຶກສາ, ບຳລຸງສ້າງຕາມລວງກວ້າງ ແລະ ລວງເລິກ ກັບ ຮຸງກາຣີ ຕື່ມອີກ, ໂດຍສະເພາະແມ່ນໃນການຜັນຂະຫຍາຍໂຄງການບຳລຸງສ້າງ, ເປີດກວ້າງໂຄງການບໍາລຸງສ້າງສາກົນ, ຕອບສະໜອງຄວາມຕ້ອງການສຶກສາຮ່ຳຮຽນຂອງນັກສຶກສາ ຫວຽດນາມ  ຈຳນວນຫຼາຍ ໃນປັດຈຸບັນ. ທ່ານລັດຖະມົນຕີສະເໜີຂົງເຂດທີ່ໃຫ້ບຸລິມະສິດຮ່ວມມືບຳລຸງສ້າງໃນໄລຍະຈະມາເຖິງ ແມ່ນ ຂົງເຂດການຢາ, ຖັດຈາກນັ້ນແມ່ນຂົງເຂດກະສິກຳ.

        ສ່ວນທ່ານ Janos Csak ເນັ້ນໜັກວ່າ ແຜນນະໂຍບາຍຂອງລັດຖະບານ ຮຸງກາຣີ ແມ່ນ ຍາມໃດກໍເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດພາກພື້ນ ອາຊີ ແລະ ຍາມໃດ ຫວຽດນາມ ກໍແມ່ນຄູ່ຮ່ວມມືສຳຄັນຂອງ ຮຸງກາຣີ. ທ່ານ Janos Csak ເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈຳ 9 ສະບັບກ່ຽວກັບການຮ່ວມມືດ້ານການສຶກສາ ເຊິ່ງສອງປະເທດໄດ້ລົງນາມໃນວັນທີ 27 ມິຖຸນາ ເມື່ອຜັນຂະຫຍາຍຢ່າງມີປະສິດທິຜົນນັ້ນ ຈະຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດຫຼາຍກວ່າອີກ. 


ຕອບກັບ

ຂ່າວ/ບົດ​ອື່ນ