( ພາບ : baohaiquan.vn )
( vovworld ) - ວັນທີ 27/2, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການເງິນລະຫວ່າງກະຊວງການເງິນຫວຽດນາມ ແລະ ກະຊວງການຕ່າງປະເທດສະຫະພັນລາຊະອານາຈັກອັງກິດ ແລະ ອາຍແລນເໜືອ. ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການເງິນລະຫວ່າງກະຊວງການເງິນຫວຽດນາມ ແລະ ກະຊວງການຕ່າງປະເທດສະຫະພັນລາຊະອານາຈັກອັງກິດ ແລະ ອາຍແລນເໜືອ, ລວມມີ 5 ຂົງເຂດຄື; ວຽກງານຄຸ້ມຄອງໜີ້ສິນຂອງລັດ, ບັນຫາການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນຂົງເຂດການລົງທຶນຂອງລັດ, ນະໂຍບາຍການເງິນ ແລະ ຕະຫຼາດການເງິນ ( ເຊິ່ງລວມມີ ຕະຫຼາດຫຼັກຊັບ, ປະກັນໄພ ແລະ ພັນທະບັດ ), ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ດັດສະນີຄວາມໄວ້ວາງໃຈແຫ່ງຊາດ. ຄຽງຂ້າງນັ້ນ, ບົດບັນທຶກຊ່ວຍຈຳຍັງຊີ້ແຈງວ່າ ສອງຝ່າຍຈະແລກປ່ຽນຄະນະຜູ້ແທນ, ຈັດຕັ້ງບັນດາກອງປະຊຸມສຳມະນາດ້ວຍຫົວຂໍ້ສະເພາະ, ບັນດາຊຸດບຳລຸງສ້າງໄລຍະສັ້ນ, ແລກປ່ຽນຂໍ້ມູນຂ່າວສານ, ສ້າງບົດລາຍງານກ່ຽວກັບເສດຖະກິດມະຫາພາກ… ເລີ່ມຈາກນັ້ນເພື່ອຍົກສູງຄຸນນະພາບຂອງບັນດານະໂຍບາຍຂອງລັດ ແລະ ຄວາມສາມາດຂອງພະນັກງານໃນຂົງເຂດຄຸ້ມຄອງການເງິນຂອງລັດໃນກະຊວງການເງິນ. ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳນີ້ຢ່າງມີປະສິດທິຜົນ, ສອງຝ່າຍໄດ້ເປັນເອກະພາບນຳກັນຈະສ້າງແຜນການເຄື່ອນໄຫວປະຈຳປີ ແລະ ໄດ້ຮັບການອະນຸມັດຜ່ານໃນແຕ່ລະປີ. ບົດບັນທຶກຊ່ວຍຈຳມີຜົນສັດສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ມີຜົນບັງຄັບໃຊ້ໃນໄລຍະເວລາ 3 ປີ.