ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອີຢູ ເພື່ອພື້ນຖານສັນຕິພາບລວມໃນໂລກ

(VOVWORLD) -ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Claudio Graziano, ປະທານຄະນະກໍາມະການການທະຫານສະຫະພາບເອີຣົບ (ອີຢູ), ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນຊາດ ອີຢູ ຢູ່ ບຣຸກແຊນ ປະເທດ ແບນຊິກ ໃນລະຫວ່າງວັນທີ 19 – 22 ພຶດສະພາ.
ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອີຢູ ເພື່ອພື້ນຖານສັນຕິພາບລວມໃນໂລກ - ảnh 1 ທ່ານຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN) 

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: ທິດທາງການຮ່ວມມືໃນໄລຍະຈະມາເຖິງ ສອງຝ່າຍຄວນປະຕິບັດສໍາເລັດການເຈລະຈາ ແລະ ລົງນາມໃນສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ສະຫະພາບເອີຣົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA) ໂດຍໄວ; ຕັ້ງໜ້າແລກປ່ຽນ, ແບ່ງປັນປະສົບການໃນບັນດາຂົງເຂດທີ່ມີຄວາມສາມາດ ແລະ ຄວາມຕ້ອງການຮ່ວມມື, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ສປຊ.

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນຈີ໊ວິ້ງ ໄດ້ມີການເຮັດວຽກກັບ ທ່ານພົນເອກ Claudio Grazian, ປະທານຄະນະກໍາມະການການທະຫານ ອີຢູ. ທ່ານ Claudio Graziano ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ແລະ ໜູນຊ່ວຍ ຫວຽດນາມ ໃນວຽກງານຝຶກຊ້ອມໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ, ສອນພາສາຕ່າງປະເທດ, ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບັນດາປະສົບການຂອງຕົນໃນຂົງເຂດຮັກສາສັນຕິພາບກັບບັນດາປະເທດ ອີຢູ.

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ມີການເຮັດວຽກກັບອົງການຮັບຜິດຊອບຂອງ ອີຢູ ຈໍານວນໜຶ່ງ ແລະ ຜູ້ບັນຊາການດ້ານປ້ອງກັນຊາດຂອງບາງປະເທດ ເພື່ອປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ຂົນຂວາຍບັນດາປະເທດສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.


ຕອບກັບ

ຂ່າວ/ບົດ​ອື່ນ