ການຮ່ວມມືແໜ້ນແຟ້ນລະຫວ່າງກອງທັບ ແລະ ປະຊາຊົນເຂດຊາຍແດນສອງປະເທດ ຟຸກຮ່ວາ – ເຈົາຫລູງ

(VOVWORLD) - ຕອນເຊົ້າວັນທີ 20 ພະຈິກ, ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງສີ, ປະເທດຈີນ...
ການຮ່ວມມືແໜ້ນແຟ້ນລະຫວ່າງກອງທັບ ແລະ ປະຊາຊົນເຂດຊາຍແດນສອງປະເທດ ຟຸກຮ່ວາ – ເຈົາຫລູງ - ảnh 1ທ່ານລັດຖະມົນຕີ ໂງຊວນລິກ (ເບື້ອງຊ້າຍ)  ແລະ ທ່ານລັດຖະມົນຕີ ໄຫວເຝີງເຂີຍ 

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 5 ປີ 2018, ຕອນເຊົ້າວັນທີ 20 ພະຈິກ, ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ແຂວງ ກວາງສີ, ປະເທດຈີນ ໄດ້ກັບເມືອປະເທດ. ຫຼັງຈາກນັ້ນ, ຢູ່ເດີນຂອງສູນວັດທະນະທຳ ມິດຕະພາບ ຕາລຸ່ງ (ເມືອງ ຟຸກຮ່ວາ, ແຂວງ ກາວບັ່ງ), ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ, ເປັນປະທານເຈົ້າພາບພິທີຕ້ອນຮັບທາງການຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນ ໂດຍ ທ່ານພົນໂທ ໄຫວເຝີງເຂີຍ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປ ຈີນ ເປັນຫົວໜ້າຄະນະ.

        ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂງຊວນລິກ ພ້ອມກັບທ່ານລັດຖະມົນຕີ ໄຫວເຝີງເຂີຍ ແລະ ຜູ້ຕາງໜ້າການນຳທ້ອງຖິ່ນໄດ້ຕັດແຖບຜ້າເປີດສະຫຼອງສູນວັດທະນະທຳມິດຕະພາບ ຕາລຸ່ງ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບລະຫວ່າງເມືອງ ຟຸກຮ່ວາ (ແຂວງ ກາວບັ່ງ, ຫວຽດນາມ) ແລະ ເມືອງ ເຈົາຫລູງ, ສູງຈົວ (ເຂດຄຸ້ມຄອງດ້ວຍຕົນເອງ ກວາງສີ, ປະເທດຈີນ); ເປັນສັກຂີພິຍານການຊ້ອມຮົບຮ່ວມກ່ຽວກັບການໜູນຊ່ວຍໄພພິບັດ, ໂລກລະບາດເມືອງ ຟຸກຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ