ການາດາຮັດແໜ້ນການລົງໂທດລັດເຊຍ
ທ່ານນາຍົກລັດຖະມົນຕີ ການາດາ Stephen Harper
(ພາບປະກອບ)
(vovworld) - ວັນທີ 19/12, ທ່ານນາຍົກລັດຖະມົນຕີ ການາດາ Stephen Harper ປະກາດບັນດາມາດຕະການລົງໂທດໃໝ່ເລັ່ງໃສ່ລັດເຊຍ ທີ່ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ. ການລົງໂທດຄັ້ງທີ 13 ນີ້ຂອງ ການາດາ ແມ່ນເລັ່ງໃສ່ນັກການເມືອງ ລັດເຊຍ 20 ຄົນ, ບັນດາການນຳຝ່າຍທວງເອົາເອກະລາດຢູ່ ຢູແກຼນ ແລະ ການນຳບັນດາຂະແໜງນ້ຳມັນບໍ່, ອາຍແກສຂອງລັດເຊຍ. ຕາມຄຳສັ່ງລົງໂທດແລ້ວ, ສະມາຊິກ ດູມາ ແຫ່ງຊາດ ລັດເຊຍ (ສະພາຕ່ຳ) 11 ທ່ານ ແລະ ເຈົ້າໜ້າທີ່ຂັ້ນສູງຂອງ ສາທາລະນາລັດ ປະຊາຊົນ ອ້າງຊື່ເອງ Donetsk ຢູ່ ຢູແກຼນ ຕາເວັນອອກ ຖືກຫ້າມເຂົ້າເມືອງ ການາດາ. ນອກຈາກນັ້ນ, ການາດາ ກໍ່ຍົກອອກມາບາງຂໍ້ສະກັດກັ້ນໃນການສົ່ງອອກ ລັດເຊຍ ບັນດາວັດຖຸອຸປະກອນເຕັກໂນໂລຢີຮັບໃຊ້ຂະແໜງຂຸດຄົ້ນນ້ຳມັນຢູ່ເຂດນ້ຳເລິກ.