ການາດາ, ຫວຽດນາມ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືອັນດີງາມ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳການາດາ ຫງວຽນດຶກຮ່ວາ
(ພາບປະກອບ: TTXVN)
(vovworld) - ວັນທີ 09/02, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳການາດາ ຫງວຽນດຶກຮ່ວາ, ໄດ້ເຂົ້າຍືນສານຕາຕັ້ງຕໍ່ຜູ້ມີອຳນາດເຕັມແຫ່ງການາດາ David Johnston ຢູ່ນະຄອນຫຼວງ Ottawa. ທີ່ການຕ້ອນຮັບ, ຜູ້ມີອຳນາດເຕັມການາດາ David Johnston ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດ ຫງວຽນດຶກຮ່ວາ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາຍພົວພັນລະຫວ່າງການາດາ ແລະ ຫວຽດນາມ ຍິ່ງກວ່າອີກ. ຜູ້ມີອຳນາດເຕັມການາດາ David Johnston ກໍສະແດງຄວາມຫວັງຕໍ່ອະນາຄົດອັນດີງາມຂອງການພົວພັນຄູ່ຮ່ວມມືການາດາ - ຫວຽດນາມ.
ກ່າວຄຳເຫັນພາຍຫຼັງການພົບປະເຈລະຈາ, ທ່ານເອກອັກຄະລັດຖະທູດ ຫງວຽນດຶກຮ່ວາ ສະແດງຄວາມເປັນກຽດເມື່ອໄດ້ຮັບໜ້າທີ່ຢູ່ການາດາ ແລະ ຢືນຢັນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່ໃນອາຍຸການປະຕິບັດງານຂອງຕົນ ນັ້ນແມ່ນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຍູ້ແຮງການພົວພັນ 2 ຝ່າຍບົນພື້ນຖານການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.