ງານພົບປະແລກປ່ຽນ ”ແບບຢ່າງຢູ່ຕາມຖະໜົນຫົວທາງ” ຄັ້ງທີ 13
(ພາບ: google.com.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີ ແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (19/08/1945-19/08/2012), ຢູ່ບັບດາທ້ອງຖີ່ນໃນທົ່ວປະເທດໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຊົມເຊີຍ. ວັນທີ 18/8, ຢູ່ນະຄອນໂຮ່ຈີມິນ, ຕຳຫຼວດນະຄອນສົມທົບກັບຫໍວັດທະນະທຳແຮງງານ ແລະ ໂທລະພາບນະຄອນຈັດຕັ້ງງານພົບປະແລກປ່ຽນ ”ແບບຢ່າງຢູ່ຕາມຖະໜົນຫົວທາງ” ຄັ້ງທີ 13. ງານພົບປະແລກປ່ຽນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ດີເດັ່ນໃນໝູ່ປະຊາຊົນຜູ້ອອກແຮງງານ ແລະ ກຳລັງຕຳຫຼວດນະຄອນ ທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພປະເທດຊາດ. ອ້າຍ Nguyen Van Minh, ຜູ້ໄດ້ຮັບນາມມະຍົດວ່າ ”ອັດສະວິນຢູ່ຕາມຖະໜົນຫົນທາງ”, ຜູ້ທີ່ເຄີຍເຂົ້າຮ່ວມການຈັບພວກປຸ້ນມາເປັນເວລາ 15 ປີ, ໃຫ້ຮູ້ວ່າ
”ເມື່ອຈັບພວກປຸ້ນ, ຂ້າພະເຈົ້າບໍ່ຄິດຫຍັງເລີຍ, ພຽງແຕ່ຢາກປະກອບສ່ວນອັນເລັກໆນ້ອຍໆຂອງຕົນໃຫ້ແກ່ປະເທດຊາດເທົ່ານັ້ນ. ປະຈຸບັນ, ໂດຍໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກການນຳຄະນະກຳມະການປະຊາຊົນ ແລະ ຫົວໜ້າກອງບັນຊາການຕຳຫຼວດນະຄອນ, ຂ້າພະເຈົ້າສາມາດຊື້ໄດ້ເຮືອນຫຼັງໜຶ່ງໃຫ້ຄອບຄົວຂອງຕົນ”
ໃນວັນດຽວກັນ, ຕຳຫຼວດບັນດາແຂວງ ດົ່ງນາຍ, ບັກຢາງ… ກໍ່ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 67 ປີ ແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນເຊັນດຽວກັນ