ການເຄື່ອນຍ້າຍພູມສາດການເມືອງຢູ່ ອາຊີ - ປາຊີຟິກ ແລະ ໄລຍະທາງເຄິ່ງສະຕະວັດ ອາຊຽນ
(VOVWORLD) - ວັນທີ 09 ມິຖຸນາ, ກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ການເຄື່ອນຍ້າຍພູມສາດການເມືອງຢູ່ ອາຊີ - ປາຊີຟິກ ແລະ ໄລຍະທາງເຄິ່ງສະຕະວັດ ອາຊຽນ” ດຳເນີນຢູ່ ຮ່າໂນ້ຍ
ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນໂຄງການແຫ່ງຊາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ຫວຽດນາມ |
ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ນອນໃນໂຄງການແຫ່ງຊາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ ຫວຽດນາມ ໂດຍສະຖາບັນການຕ່າງປະເທດສົມທົບກັບກົມ ອາຊຽນ (ກະຊວງການຕ່າງປະເທດ) ແລະ ກອງທຶນ Konrad Adenauer (KAS) ຮ່ວມກັນຈັດຕັ້ງ. ນີ້ກໍ່ແມ່ນການເຄື່ອນໄຫວນອນໃນຂອບເຂດຕາໜ່າງບັນດາສະຖາບັນຄົ້ນຄວ້າຍຸດທະສາດ ອາຊຽນ (ASEAN-ISIS) ແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ຜ່ານນັ້ນ ເປີດກ້ວາງການແລກປ່ຽນ, ປະກອບບັນດາແນວຄິດ, ບັນດາຂໍ້ລິເລີ່ມໃໝ່ໃນການຫັນວິໄສທັດປະຊາຄົມ ອາຊຽນ 2025 ລະດັບຊາດ ແລະ ພາກພື້ນໃຫ້ປະກົດຜົນເປັນຈິງ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກວກຟຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ບັນດາຜົນງານມີລັກສະນະບາດລ້ຽວໃນປະຫວັດສາດແຫ່ງການພັດທະນາຂອງ ອາຊຽນ. ບັນດາປະເທດ ອາຊຽນ ພ້ອມກັນເຂົ້າໃຈແຈ້ງບັນດາກາລະໂອກາດ ແລະ ສິ່ງທ້າທາຍ, ເພື່ອພ້ອມກັນຊອກຫາມາດຕະການປະຕິບັດບັນດາຈຸດໝາຍຕົ້ນຕໍແມ່ນ ສ້າງປະຊາຄົມໝັ້ນຄົງເຂັ້ມແຂງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ, ຍູ້ແຮງການຮ່ວມສຳພັນເສດຖະກິດພາຍໃນກຸ່ມ ແລະ ເພີ່ມທະວີການຜູກຮັດລະຫວ່າງປະຊາຊົນ ດ້ວຍຄຸນຄ່າຕ່າງໆ.