ການເຄື່ອນໄຫວກະກຽມວຽກງານເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ

ການເຄື່ອນໄຫວກະກຽມວຽກງານເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ - ảnh 1
​ທ່ານ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ ກ່າວ​ຄຳ​ເຫັນ​ທີ່
ທີ່​ການ​ເຮັດ​ວຽກ​ກັບ​ແຂວງ ດັກ​ລັກ
ພາບ:tienphong.vn
(vovworld)-​ວັນ​ທີ 26/4, ຄະ​ນະ​ຕິດ​ຕາ​ມກວດ​ກາ​ວຽກ​ງານ​ເລືອກ​ຕັ້ງ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໂດຍ​ທ່ານ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ, ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ເປັນ​ຫົວ​ຫນ້າ​ຄະ​ນະ​ໄດ້​ລົງ​ເຮັດ​ວຽກ​ຢູ່​ແຂວງ ດັກ​ລັກ. ນະ​ທີ່ນີ້, ທ່ານ ໂຕ​ເລີມ ສະ​ເຫນີ ແຂວງ ດັກ​ລັກ ຄວນ​ປະ​ຕິ​ບັດ​ວຽກ​ງານ​ສ້າງ, ປະ​ກາດ​ບັນ​ຊີ​ລາຍ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016-2021 ຕາມ​ແຕ່​ລະ​ຫົ​ວ​ຫນ່ວຍ​ເລືອກ​ຕັ້ງ, ຈັດ​ຕັ້ງ​ເພື່ອ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ,ຂົນ​ຂວາຍ​ການ​ເລືອກ​ຕັ້ງ​ຕາມ​ການ​ຂໍ້​ກຳ​ນົດ, ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາການ​ເລືອກ​ຕັ້ງ. ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ຈັດ​ຕັ້ງ​ການ​ຝືກ​ອົບ​ຮົມ​ທັກ​ສະ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ແກ່ ​90 ຄົນ ຊື່ງ​ຂຶ້ນ​ກັບ 18 ຊົນ​ເຜົ່າ ຢູ່ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ ແລະ ແມ່ນຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021.

 

 

ຕອບກັບ

ຂ່າວ/ບົດ​ອື່ນ