ການເຄື່ອນໄຫວຂັ້ນສູງຕ່າງໆຢູ່ນອກOlympic Sochi2014
ທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin
(ພາບປະກອບ)
(vovworld) – ງານມະຫາກຳກິລາ Olympic ລະດູໜາວ Sochi 2014 ເລີ່ມເຄື່ອນໄຫວຢ່າງເປັນທາງການດ້ວຍພິທີໄຂໄດ້ຮັບການຈັດຕັ້ງໃນຕອນຄຳ່ວັນທີ 7/2 (ຕາມເວລາມົດສະກູ) ຢູ່ສະໜາມກິລາ Fisht, ນະຄອນ Sochi. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki moon ແລະ ປະມຸກລັດກ່ວາ 40 ທ່ານ, ການນຳບັນດາປະເທດໃນໂລກເກືອບ 60 ທ່ານໄດ້ເຂົ້າຮ່ວມພິທີໄຂ Olympic Sochi 2014. ໃນໄລຍະດຳເນີນງານມະຫາກຳກິລາຢູ່ ລັດເຊຍ, ຈະດຳເນີນການພົບປະຂັ້ນສູງລະຫວ່າງ ລັດເຊຍ ກັບປະເທດຕ່າງໆ.
ກ່າວຄຳເຫັນທີ່ງານລ້ຽງບັນດາປະມຸກລັດ, ການນຳຂັ້ນສູງຂອງຫຼາຍປະເທດທີ່ມີນັກກິລາເຂົ້າຮ່ວມ, ທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin, ຢືນຢັນວ່າ:
“ງານມະຫາກຳກິລາລະດູໜາວຄັ້ງທີ 22 ດ້ວຍການແຂ່ງຂັນຕ່າງໆ ບໍ່ພຽງແຕ່ແມ່ນງານບຸນຂະໜາດໃຫຍ່ເທົ່ານັ້ນ, ຫາກນີ້ແມ່ນສັນຍາລັກແຫ່ງຄວາມເປັນເອກະພາບ, ເປີດອົກເປີດໃຈ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນນັບລ້ານຄົນໃນໂລກອີກດ້ວຍ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເພາະວ່າມື້ນີ້, ຊີຣີ ໄດ້ຮັບຮອງເອົາຂໍ້ຕົກລົງຢຸດຍິງໃນເວລາ 4 ວັນ ແລະ ເພື່ອສົ່ງຜູ້ຖືກບາດເຈັບ, ແມ່ຍິງ ແລະ ເດັກນ້ອຍອອກຈາກເຂດສຸ້ຮົບ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ຄະນະກຳມະການ Olympic, ສະຫະປະຊາຊາດ ໄດ້ຮຽກຮ້ອງບັນດາຝ່າຍປະທະກັນຮັບຮອງເອົາຂໍ້ຕົກລົງນີ້. ຂ້າພະເຈົ້າຫວັງວ່າ, ນີ້ຈະແມ່ນມູນເຊື້ອອັນດີງາມ.”
ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີມີການພົບປະ 2 ຝ່າຍກັບປະທານາທິບໍດີປະເທດບ້ານໃກ້ເຮືອນຄຽງ Tajikistan, ທ່ານປະທານປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຕວກກີ ແລະ ນາຍົກລັດຖະມົນຕີ ໂຮນລັງ....