ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດດັ້ງທິງອກທິ້ງໃນການຢ້ຽມຢາມມົງໂກນຢ່າງເປັນທາງການ

(VOVWORLD)-ໂດຍສືບຕໍ່ການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ພຶດສະພາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບ ຄະນະອຳນວຍການ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນມັດທະຍົມເລກ 14 ໃສ່ຊື່ປະທານ ໂຮ່ຈິມິນ ຢູ່ ນະຄອນຫລວງ Ulan Bator. 
ການເຄື່ອນໄຫວຂອງທ່ານນາງຮອງປະທານປະເທດດັ້ງທິງອກທິ້ງໃນການຢ້ຽມຢາມມົງໂກນຢ່າງເປັນທາງການ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງໂອ້ລົມກັບພະນັກງານສະຖານທູດຫວຽດນາມ

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສະແດງຄວາມຂອບໃຈຕໍ່ອຳນວຍການໂຮງຮຽນ ເຊິ່ງ ຍາມໃດກໍໍ່ມີຄວາມເອົາໃຈໃສ່ຮັກສາພັດທະນາສູນວັດທະນະທຳ ໂຮ່ຈິມິນ, ຈັດຕັ້ງການເສັງ, ຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນເປັນປະຈຳ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບອຸປະກອນການສຶກສາຈຳນວນຫນຶ່ງໃຫ້ໂຮງຮຽນ. ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຕ້ອນຮັບ ທ່ານ S.Dashsevel, ປະທານສະມາຄົມມິດຕະພາບ ມົງໂກນ - ຫວຽດນາມ. ຕອນເຊົ້າວັນທີ 10 ພຶດສະພາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເດີນທາງອອກຈາກ ມົງໂກນ ໄປຢ້ຽມຢາມ ໂຕກຽວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຍິງທົ່ວໂລກ ຄັ້ງທີ 27 ແລະ ຢ້ຽມຢາມ ຍີ່ປຸ່ນ ແຕ່ວັນທີ 10 – 16/5.

ຕອບກັບ

ຂ່າວ/ບົດ​ອື່ນ