ກອງປະຊຸມລັດຖະມົນຕີການຕ່າງປະເທດສະມາຄົມ
ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 49
(vovworld) – ວັນທີ 24/07, ນອກກອງປະຊຸມມື້ທຳອິດຂອງກອງປະຊຸມລັດຖະມົນຕີການຕ່າງປະເທດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 49 (AMM 49), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ສືບຕໍ່ມີບັນດາການພົບປະ, ແລກປ່ຽນ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດ ສິງກະໂປ ແລະ ອິນໂດເນເຊຍ.
ທີ່ການພົບປະແລກປ່ຽນກັບລັດຖະມົນຕີການຕ່າງປະເທດ ສິງກະໂປ ທ່ານ Vivian Balakrisnan ພາຍຫລັງພິທີໄຂ AMM – 49, 2 ຝ່າຍເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຈະມາເຖິງຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່. 2 ຝ່າຍເຫັນດີເປັນເອກະພາບ ສືບຕໍ່ບັນດາໂຄງການຮ່ວມມືເສດຖະກິດໄລຍະຍາວ, ຕີລາຄາສູງຄວາມສຳຄັນຂອງໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP), ເຫັນດີເປັນເອກະພາບບຸລິມະສິດຊຸກຍູ້ VSIP ສຸມໃສ່ເຂົ້າໃນບັນດາຂະແໜງອຸດສາຫະກຳໃໝ່,ເຊື່ອມຕໍ່ກັບບັນດາໂຄງການວິສາຫະກິດເລີ່ມດຳເນີນທຸລະກິດ. 2 ຝ່າຍເຫັນດີເປັເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດ ອາຊຽນ ແລະ ຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ຍົກສູງຄວາມສາມັກຄີ ອາຊຽນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
ທີ່ການພົບປະກັບທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, 2 ຝ່າຍເຫນດີເປັນເອກະສັນ ສືບຕໍ່ຍູ້ແຮງບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ມີຄວາມແທດຈິງ ແລະ ມີປະສິດທິຜົນ, ເພີ່ມທະວີບັນດາການຢ້ຽມຢາມ, ຍົກສູງບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ. 2 ຝ່າຍກໍ່ເຫັນດີເປັນເອກະພາບ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມື ອາຊຽນ ແລະ ຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເພີ່ມທະວີຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.