ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ (ຄືວັນທີ 3/2/1930 – 3/2/2012) ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດ, ປີມະໂຣງ 2012, ຕອນບ່າຍວັນທີ 19/1, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງໄດ້ໄປຖະຫວາຍທູບທຽນອາໄລຫາ ອະດີດເລຂາທິການໃຫຍ່ ຫງວຽນວັນກື່ ຢູ່ແຂວງບັກນິນ, ຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ພັກກອມູນິດຫວຽດນາມ ເຈື່ອງຈິງ, ອະດີດເລຂາທິການໃຫຍ່ພັກກອມູນິດຫວຽດນາມ ເລຢວັນ, ຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ພັກກອມູນິດຫວຽດນາມ ຫງວຽນວັນລິນ ຢູ່ແຂວງຮືງອຽນ.
ຢູ່ແຂວງບັກນິນ, ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໄດ້ປູກຕົ້ນໄມ້ທີ່ລະນຶກ ໃນບໍລິເວັນເຂດອະນຸສອນສະຖານ ອະດີດເລຂາທິການໃຫຍ່ ຫງວຽນວັນກື່. ເຊິ່ງແມ່ນກິດຈະກຳພວມໄດ້ຮັບການກໍ່ສ້າງຢ່າງຮີບດ່ວນເພື່ອສຳເລັດການກໍ່ສ້າງໃນຈຸດເວລາສະເຫຼີມສະຫຼອງ 100 ປີແຫ່ງຄ້າຍວັນເກີດຂອງອະດີດເລຂາທິການໃຫຍ່ ຫງວຽນວັນກື່.
ເມື່ອໄປຖະຫວາຍທູບທຽນອາໄລຫາ ອະດີດເລຂາທິການໃຫຍ່ ເຈືອງຈິງ, ອະດີດເລຂາທິການໃຫຍ່ ເລຢວຍ ຢູ່ເຮືອນສ່ວນຕົວ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຂໍອວຍພອນໃຫ້ຍາດຕິພີ່ນ້ອງຂອງບັນດາອະດີດເລຂາທິການໃຫຍ່, ປີໃໝ່ມີສຸຂະພາບເຂັ້ມແຂງ, ສືບຕໍ່ເສີມຂະຫຍາຍມູນເຊື້ອສະຫງ່າງາມຂອງຄອບຄົວ, ບັນລຸໄດ້ຜົນງານຫຼາຍຢ່າງໃນການຮ່ຳຮຽນ ແລະ ໜ້າທີ່ການງານຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ, ພັດທະນາບ້ານເກີດເມືອງນອນ, ປະເທດຊາດ.
ທີ່ແຂວງຮືງອຽນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງໄດ້ຢ້ຽມຊົມ, ຊອກຮູ້ບັນດາວັດຖຸພັນ, ເອກະສານກ່ຽວກັບຊີວິດ ແລະ ພາລະກິດ ຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນວັນລິນ.