(vovworld) – ໂດຍສືບຕໍ່ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ວັນທີ 25/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຍັງນະຄອນ Sochi. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ເຈລະຈາກັບທ່ານປະທານາທິບໍດີ Putin, ພົບປະກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev, ປະທານພັກປະເທດລັດເຊຍ ເອກະພາບ.
ທີ່ສຳນັກງານປະທານາທິບໍດີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານາທິບໍດີ V.Putin ດຳເນີນການເຈລະຈາ, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ໃນນັ້ນມີການກວດກາບັນດາການເຄື່ອນໄຫວຂັ້ນສູງ, ຄວາມຄືບໜ້າຂອງການຜັນຂະຫຍາຍບັນດາໂຄງການໃຫຍ່ລະຫວ່າງ 2 ປະເທດ, ແລກປ່ຽນຄຳເຫັນກ່ຽວກັບທິດທາງ ແລະ ມາດຕະການລະອຽດເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດໃນທຸກດ້ານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖີ່ນຂອງ 2 ປະເທດ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Medvedev, ປະທານພັກປະເທດລັດເຊຍ ເອກະພາບກຳອຳນາດ. ທ່ານນາຍົກລັດຖະມົນຕີ Medvedev ຕີລາຄາການຢ້ຽມຢາມຄັ້ງນີ້ໄດ້ສ້າງກຳລັງໜູນຢ່າງແຮງ, ຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຂຶ້ນສູ່ລະດັບສູງໃໝ່, ແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງ ແລະ ກ້ວາງຂວາງກ່ວາອີກ, ປັບປຸງການພົວພັນສະໜິດສະໜົມລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະເທດລັດເຊຍເອກະພາບກຳອຳນາດ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກນະໂຍບາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ, ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບພັກປະເທດລັດເຊຍ ເອກະພາບ. ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ 2 ຝ່າຍ, ການນຳ 2 ຝ່າຍເຫັນດີເປັນເອກະສັນພ້ອມກັນມານະພະຍາຍາມເພື່ອຍົກວົງເງິນການຄ້າ 2 ຝ່າຍຂຶ້ນ 7 ຕື້ USD ໃນປີ 2015 ແລະ 10 ຕື້ USD ໃນປີ 2020.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Medvedev ສະແດງຄວາມເພີ່ງພໍໃຈຕໍ່ການຮ່ວມມື 2 ຝ່າຍໃນຂົງເຂດພະລັງງານ, ຖືວ່ານີ້ແມ່ນຂົງເຂດແກ່ນສານມີຄວາມໝາຍຍຸດທະສາດສຳລັບ 2 ປະເທດ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາຍົກລັດຖະມົນຕີ D. Medvedev ເຫັນດີເປັນເອກະພາບຖືວ່າ: ບັນດາຄວາມຂັດແຍ້ງກັນບົນທະເລຕ້ອງໄດ້ຮັບການແກ້ໄຂດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດ (COC).
ຫວຽດນາມ-ສະຫະພັນລັດເຊຍອອກຖະແຫລງການຮ່ວມກ່ຽວກັບການສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ໃນຖະແຫລງການຮ່ວມຊື່ງໄດ້ຮັບການລົງນາມໃນວັນທີ 25/11 ເນື່ອງໃນໂອກາດການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສອງຝ່າຍຢືນຢັນສືບຕໍ່ປະຕິບັດແນວທາງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍຢ່າງສະເຫມີຕົ້ນສະເຫມີປາຍ, ຕອບສະຫນອງຜົນປະໂຫຍດຍາວນານຂອງປະຊາຊົນສອງປະເທດ. ຫວຽດນາມ ແລະ ສະຫະພັນລັດເຊຍ ເນັ້ນຫນັກເຖິງບົດບາດປະສານງານທີ່ສຳຄັນຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ ແລະ ວິທະຍາສາດ-ເຕັກນິກ. ສອງຝ່າຍ ເນັ້ນຫນັກເຖິງລັກສະນະຍຸດທະສາດຂອງການຮ່ວມມືໃນຂົງເຂດພະລັງງານນິວເຄຼຍ. ສອງຝ່າຍ ຕົກລົງເພີ່ມທະວີການຮ່ວມມື, ເປີດກວ້າງເຂດສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກສຢູ່ໄຫລ່ທະວີບຫວຽດນາມ. ສອງຝ່າຍຢືນຢັນ ຄວາມສຳຄັນຂອງເລື່ອງນຳການຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີຂຶ້ນສູ່ລະດັບຍຸດທະສາດ. ສອງຝ່າຍຢືນຢັນ ສືບຕໍ່ສ້າງທຸກເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມ ແລະ ພົນລະເມືອງ ລັດເຊຍ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຕ່ລະປະເທດ, ສືບຕໍ່ປະສານສົມທົບຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈທີ່ບັນດາເວທີປາໄສສາກົນ. ສອງຝ່າຍເຫັນດີໂດຍຖືວ່າ: ການຢ້ຽມຢາມ ສະຫະພັນລັດເຊຍ ຂອງທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຈະສ້າງກຳລັງຫນູນຢ່າງແຮງເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- ລັດເຊຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຊີນທ່ານປະທານາທິບໍດີ ລັດເຊຍ V. Putin ມາຢ້ຽມຢາມ ຫວຽດນາມໃນເວລາເໝາະສົມ.
ຫາງສຽງລັດເຊຍຕີລາຄາສູງການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ກ່ອນການຢ້ຽມຢາມລັດເຊຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ສຳນັກຂ່າວສານໃຫຍ່ສຸດຂອງລັດເຊຍ Tass ໄດ້ລົງພິມບົດພາຍໃຕ້ຫົວຂໍ້ວ່າ: “ຍາມໃດປະຊາຊົນຫວຽດນາມ ກໍສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນ ໂຊຫວຽດເກົ່າ ແລະ ລັດເຊຍໃນປະຈຸບັນ”. ບັນດາສຳນັກຂ່າວສານ, ໂທລະພາບ, ວິທະຍຸສຳຄັນຂອງລັດເຊຍ ລ້ວນແຕ່ໄດ້ໃຫ້ຂ່າວ,ບົດກ່ຽວກັບການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ ລັດເຊຍ. ການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກັບປະທານາທິບໍດີ ລັດເຊຍ Vladimir Putin, ການພົບປະແລກປ່ຽນຄຳເຫັນກັບນາຍົກລັດຖະມົນຕີລັດເຊຍ D.Metvedev, ບັນດາບົດປາໄສ, ຄຳເຫັນຂອງບັນດາການນຳລັດເຊຍ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ລ້ວນແຕ່ໄດ້ແນະນຳທາງພາຫະນະສື່ມວນຊົນລັດເຊຍ.
ເມື່ອຕີລາຄາກ່ຽວກັບການຢ້ຽມຢາມລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ດຣ Evgheny Glazuvov, ປະທານກິຕິມະສັກສະມາຄົມມິດຕະພາບລັດເຊຍ-ຫວຽດນາມ ໄດ້ເວົ້າວ່າ:
“ນີ້ແມ່ນເຫດການໃຫຍ່. ການຢ້ຽມຢາມອີກຄັ້ງຫນຶ່ງຢັ້ງຢືນເຖິງປະຫວັດສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ບັນດາການພົບປະລະຫວ່າງການນຳສອງປະເທດແມ່ນມີຄວາມໝາຍແທດຈິງ. ສອງຝ່າຍບໍ່ພຽງແຕ່ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈເທົ່ານັ້ນ ຫາກຍັງປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍອີກດ້ວຍ.”