(vovworld) – ໂດຍສືບຕໍ່ການຢ້ຽມຢາມສັນທະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 26/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມແຂວງ ບໍລິຄຳໄຊ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ແຂວງ ບໍລິຄຳໄຊ ພ້ອມກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ພິເສດແມ່ນບັນດາທ້ອງຖິ່ນເຂດຊາຍແດນ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງທາງດ້ານວັດຖຸ ແລະ ຈິດໃຈ, ກໍ່ສ້າງແບບຢ່າງທີ່ດີກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ຝ່າຍ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນ 2 ປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມອບກິດຈະກຳໂຮງຮຽນມັດທະຍົມໃຫ້ແກ່ແຂວງ ບໍລິຄຳໄຊ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກແຂວງ ບໍລິຄຳໄຊ, ກັບເມືອປະເທດ.
ກ່ອນໜ້ານັ້ນ, ວັນທີ 25/11, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນ ພົມວິຫານ, ອະນຸສາວະລີປະທານ ສຸພານຸວົງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ ປະທານ ໄກສອນ ພົມວິຫານ ເປັນເພື່ອນຜູ້ສະໜິດສະໜົມຂອງປະຊາຊົນ ຫວຽດນາມ, ເປັນຜູ້ໄດ້ກໍ່ຕັ້ງພື້ນຖານ ແລະ ເພີ່ມພຸນຄຸນສ້າງ, ຮັກສາ ແລະ ພັດທະນາການພົວພັນແບບພິເສດ ຫວຽດນາມ - ລາວ ກາຍເປັນຊັບສົນບັດອັນລ້ຳຄ່າຂອງສອງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳນ້ຳໃຈອັນສູງສົ່ງ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ຮັກສາ ແລະ ເພີ່ມພຸນຄຸນສ້າງຢ່າງບໍ່ຢຸດຢັ້ງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍ່ໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີນັກຮົບ ເສຍສະຫຼະຊີວິດເພື່ອຊາດ ວຽງຈັນ, ປະເທດລາວ.
ໜັງສືພິມລາວ ໄດ້ໃຫ້ຂ່າວ, ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
|
ຕອນບ່າຍວັນທີ 25/11, ດ້ໄປຢ້ຽມຢາມທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກ, ປະທານປະເທດ ລາວ ຢູ່ເຮືອນສ່ວນຕົວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມ ແລະ ວິສາຫະກິດ ຫວຽດນາມ ຢູ່ ລາວ.
ກໍ່ໃນຕອນບ່າຍວັນທີ 25/11, ໂດຍໄດ້ຮັບການມອບໝາຍຈາກ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານ ຫງວຽນວັນເນນ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນຂອງທ່ານເລຂາທິການໃຫຍ່ ເຖິງຄອບຄົວປະທານ ໄກສອນ ພົມວິຫານ, ອະດີດນາຍົກລັດຖະມົນຕີ ສີສະຫວາດ ແກ້ວບູນພັນ, ອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ.
ໃນຊຸມວັນຜ່ານມາ, ໜັງສືພິມລາວສະບັບຕ່າງໆໄດ້ລົງພິມໃນໜ້າທຳອິດບົດນຳ, ຂ່າວ ແລະ ພາບຕ່າງໆ ກ່ຽວກັບການຢ້ຽມຢາມສັນທະວະໄມຕີ ສປປ ລາວ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ສື່ມວນຊົນລາວ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມຈະປະກອບສ່ວນເຮັດໃຫ້ການພົວພັນແບບພິເສດ ແລະ ຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ.