ການເຄື່ອນໄຫວຂອງປະທານສະພາຕຳ່ອົດສະຕາລີຢູ່ຫວຽດນາມ


ການເຄື່ອນໄຫວຂອງປະທານສະພາຕຳ່ອົດສະຕາລີຢູ່ຫວຽດນາມ - ảnh 1
ທ່ານນາງ ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ Bronwny Bishop ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ
(ພາບ: Doãn Tấn/TTXVN)

(vovworld) – ​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ​ນາງ Bronwny Bishop, ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ, ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ຕຳ່ ອົດ​ສະ​ຕາ​ລີ, ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 12 – 14/9. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ​ທາງ​ການ​ຖື​ກຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 13/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ອົດ​ສະ​ຕາ​ລີ ທີ່​ໄດ້ສະ​ຫງວນ​ໃຫ້ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ລົງທຶນ, ພ້ອມ​ທັງ ສະ​ເໜີ​ 2 ຝ່າຍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ. ​ສຳລັບການ​ຮ່ວມ​ມື​ລັດຖະສະພາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ສ້າງ​ສັນ​ຕິ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​​ໃນ​ໂລກ, ​ໃນ​ນັ້ນ​ມີ​ອົດ​ສະ​ຕາ​ລີ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານສະພາແຫ່ງຊາດ ​ຫງວຽນ​ຊິງ​ຮູ່ງ ສະ​ເໜີ: ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ​ບົນ​ເວທີ​ປາ​ໄສພາກ​ພື້ນ ​ແລະ ສາກົນ, ກໍ່ຄື​ມານະ​ພະຍາຍາມ​ພ້ອມ​ກັນກໍ່​ສ້າງພາກ​ພື້ນ ອາຊີ - ປາຊິ​ຟິກ ສັນຕິພາບ, ສະຖຽນ​ລະ​ພາບ, ​ຮ່ວມ​ມື ​ແລະ ພັດທະນາ.

    ສ່ວນ​ທ່ານ​ນາງ Bronwny Bishop ຫວັງ​ວ່າ ສະພາ​ແຫ່ງ​ຊາດ 2 ປະ​ເທດຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ນິຕິ​ບັນຍັດ, ຕິດຕາມ​ກວດກາ, ກໍ່​ຄື​ບົດຮຽນ​ໃນ​ການ​ພັດທະນາ, ຍົກ​ສູງ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. 2 ຝ່າຍສຳລັບ​ສະໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ກັນ​ບົນ​ເວທີ​ປາ​ໄສ​ລັດຖະສະພາ​ໂລກ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ເຊື້​ອ​ເຊີນ​ທ່ານ​ນາງ ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ ​ເຂົ້າ​ຮ່ວມ​ກອງປະຊຸມ​ໃຫຍ່​ລັດຖະສະພາ​ໂລກ​ຄັ້ງ​ທີ 132 ຢູ່​ຮ່າ​ໂນ້ຍ ​ໃນ​ປີ 2015.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Bronwyn Bishop, ປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ. ທ່ານ​ນາງ Bronwyn Bishop ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ ​ຫວຽດນາມ - ອົດ​ສະ​ຕາ​ລີ​ ຕາມ​ຈິດ​ໃຈ​ພົວພັນຄູ່​ຮ່ວມ​ມືຮອບດ້ານ; ​ແລະ ຫວັງ​ວ່າ​ບົນ​ພື້ນຖານ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່​ດີງາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ​ຢ່າງ​ແຮງ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ສ່ວນ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ສະ​ເໜີ​ອົດ​ສະ​ຕາ​ລີ​ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ບໍລິສັດ​ຂອງ​ຫວຽດນາມ​ ຮ່ວມ​ມື​ຫຼາຍ​ກວ່າ​ອີກ​ກັບ​ບັນດາ​ບໍລິສັດ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່, ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ຫວຽດນາມ​ ໄດ້​ສຳ​ພັດ​ກັບ​ຕະຫຼາດ​ອົດ​ສະ​ຕາ​ລີ. ທ່ານ​ກໍ່​ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ທັດສະນະ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ຕອນ​ບ່າຍ​ວັນ​ທີ 14/9 , ທ່ານ​ນາງ​ປະທານ​ສະພາ​ຕ​ຳ່ ອົດ​ສະ​ຕາ​ລີ Bromwny Bishop ​ເດີ​ນທາງ​ອອກ​ຈາກ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ທາງ​ການຢ່າງ​ຈົບງາມ.

ຂ່າວ/ບົດ​ອື່ນ