(vovworld) – ໃນຂອບເຂດການຢ້ຽມຢາມ ສ. ອີຕາລີ ຢ່າງເປັນທທາງການ, ວັນທີ 20/3, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ມີການພົບປະກັບທ່ານປະທານສະພາສູງ ສ. ອີຕາລີ Pietro Grasso, ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ອີຕາລີ.
ທີ່ການພົບປະກັບທ່ານປະທານສະພາສູງ Pietro Grasso, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຖືວ່າ: ການພົວພັນ ຫວຽດນາມ - ອີຕາລີ ໃນໄລຍະຜ່ານມາພັດທະນາຢ່າງດີງາມໃນທຸກຂົງເຂດ, ພິເສດ, ພາຍຫຼັງ 2 ປະເທດເຊັນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໃນເດືອນ 3/2013, ສ້າງຂອບເຂດການຮ່ວມມືໃໝ່ດ້ວຍແງ່ຫວັງຫຼາຍຢ່າງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ທ່ານປະທານສະພາສູງ ສ. ອີຕາລີ Pietro Grasso ເຫັນດີເປັນເອກະສັນໂດຍຖືວ່າ: ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ສ. ອີຕາລີ ຈະເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ເສີມຂະຫຍາຍກົນໄກທາບທາມຄວາມເຫັນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ...
ທ່ານປະທານສະພາສູງ Pietro Grasso ເຫັນດີເປັນເອກະສັນຕໍ່ເລື່ອງເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ພ້ອມທັງຢືນຢັນວ່າສະພາສູງ ແລະ ສະພາແຫ່ງຊາດ ອີຕາລີ ກຽມພ້ອມໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ຍົກສູງກຳລັງຄວາມສາມາດ, ທັກສະໃນການເຄື່ອນໄຫວ, ໜູນຊ່ວຍດ້ານເຕັກນິກ, ແບ່ງປັນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ ແລະ ຕິດຕາມກວດກາ.
ທີ່ການພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອີຕາລີ ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ຣົມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າສາຍພົວພັນພັດທະນາອັນດີງາມລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນມີການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້. ທ່ານປະທານສະພາແຫ່ງຊາດ ໄດ້ເອົາໃຈໃສ່ພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ເບິ່ງແຍງດູແລເຖິງວຽກງານສອນພາສາ ຫວຽດ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງປະເທດໃຫ້ລູກຫຼານຊາວ ຫວຽດນາມ ຢູ່ທີ່ນີ້. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ:
“ການອະນຸລັກຮັກສາ ພາສາ ຫວຽດແມ່ນຫຍຸ້ງຍາກທີ່ສຸດ. ພວກຫຼານ ໄດ້ຮຽນແລ້ວແຕ່ບໍ່ໄດ້ໃຊ້ຈະລືມໄປ. ດັ່ງນັ້ນພວກເຮົາຕ້ອງຕັດສິນໃຈເຮັດ, ຖ້າຫາກເຮັດບໍ່ໄດ້ຈະແມ່ນຄວາມເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ຂ້າພະເຈົ້າປາດຖະໜາວ່າ, ພໍ່ແມ່ປະຊາຊົນຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວເພື່ອປະຕິບັດວຽກງານນີ້.”