( vovworld ) – ໃນຂອບເຂດການຢ້ຽມຢາມອີນເດຍ, ລະຫວ່າງວັນທີ 28 – 29/3, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ນຳໜ້າ, ໄດ້ມີບັນດາການເຮັດວຽກກັບບັນດາອົງການລັດຖະບານ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຂອງອີນເດຍ ຫຼາຍແຫ່ງ ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງຫຼາຍກວ່າອີກ. ເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີອີນເດຍ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ສະແດງຄວາມປາຖະໜາວ່າ ຫວຽດນາມ ແລະ ອີນເດຍ ເພີ່ມທະວີການສ້າງການພົວພັນຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ຢູ່ໃນລະດັບຊາດໃນບາງຂົງເຂດຮັບບຸລິມະສິດຄື ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີ nano, ເຕັກໂນໂລຊີຊີວະພາບ ແລະ ມະຫາສະມູດວິທະຍາ, ໄປຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລສັງລວມ Dehli, ເຊິ່ງເປັນມະຫາວິທະຍາໄລມີຊື່ສຽງທີ່ສຸດຂອງອີນເດຍ, ການນຳບາງມະຫາວິທະຍາໄລຂອງຫວຽດນາມ ຕິດຕາມຄະນະໄດ້ສະເໜີສ້າງການພົວພັນຮ່ວມມືກັບມະຫາວິທະຍາໄລສັງລວມ Dehli ໃນຂົງເຂດເຕັກໂນໂລຊີ Nano, ຊີວະພາບ, ອີນເດຍວິທະຍາ ແລະ ຄົ້ນຄວ້າກ່ຽວກັບສາສະໜາພຸດ. ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ກໍມີການເຈລະຈາກັບທ່ານ Kapik Sibal ລັດຖະມົນຕີກະຊວງຊັບພະຍາກອນມະນຸດ ແລະ ພັດທະນາ, ທັງເປັນລັດຖະມົນຕີກະຊວງສື່ສານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອີນເດຍ. ນະທີ່ນີ້, ສອງຝ່າຍໄດ້ລົງນາມບົດບັນຖືກຊ່ວຍຈຳ 9 ສະບັບ ກ່ຽວກັບການນຳໃຊ້ເຕັກໂນໂລຊີຊີວະພາບໃນກະສິກຳ, ຮ່ວມມືຄົ້ນຄວ້າເຕັກໂນໂລຊີ Nano, ການຮ່ວມມືກ່ຽວກັບຂໍ້ມູນຂ່າວສານ, ຄົ້ນຄວ້າອີນເດຍວິທະຍາ ແລະ ຫວຽດນາມວິທະຍາ ຢູ່ທີ່ແຕ່ລະປະເທດ…
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ແລະ ຄະນະຜູ້ແທນຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານຜູ້ນຳ Mahartma Gandi ຢູ່ Niudehli, ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳອີນເດຍ, ໂອ້ລົມກັບພະນັກງານ ພາລະກອນສະຖານທູດ, ບັນດາອົງການຕາງຜູ້ໜ້າ, ຊາວຫວຽດນາມ ອາໄສຢູ່ອີນເດຍ, ພະສົງສະມະເນັນ, ພະນັກງານຫວຽດນາມ ພວມຮໍ່າຮຽນຢູ່ອີນເດຍ.