ການເຄື່ອນໄຫວຂອງ ລັດຖະມົນຕີການ ຕ່າງປະເທດ ຟ້າມບິ່ນມິນ ຢູ່ ອາຟຼີກາໃຕ້

ການເຄື່ອນໄຫວຂອງ ລັດຖະມົນຕີການ ຕ່າງປະເທດ ຟ້າມບິ່ນມິນ ຢູ່ ອາຟຼີກາໃຕ້ - ảnh 1
ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ ແລະ ທ່ານປະທານາທິບໍດີ ອາ​ຟຼີ​ກາ​ໃຕ້ Jacob Zuma

(vovworld) - ​ໂດຍ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະມົນຕີ​ກະຊວງ​ຮ່ວມ​ມື ​ແລະ ພົວພັນ​ສາກົນ ອາ​ຟຼີ​ກາ​ໃຕ້ Maite Nkoana Mashabane, ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ ​ໄດ້​ໄປ​ຢ້ຽມຢາມ ສ. ອາ​ຟຼີ​ກາ​ໃຕ້ ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 5 – 6/8/2013. ຕອນ​ບ່າຍ​ວັນ​ທີ 6/8, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນມິນ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານປະທານາທິບໍດີ ອາ​ຟຼີ​ກາ​ໃຕ້ Jacob Zuma. ທ່ານ​ປະທານາທິບໍດີ Zuma ຢືນຢັນ​ວ່າ: ການ​ນຳ ​ແລະ ປະຊາຊົນ ອາ​ຟຼີ​ກາ​ໃຕ້  ຍາມ​ໃດ​ກໍ່​ນັບຖື​ນ້ຳ​ໃຈພິລະ​ອາດ​ຫານຂອງ​ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ສູ້​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​​ໃນ​ເມື່ອ​ກ່ອນ, ຖື​ນັ້ນ​ແມ່ນ​ແບບຢ່າງ​ເພື່ອ​ໃຫ້ປະຊາຊົນ ອາ​ຟຼີ​ກາ​ໃຕ້ ປະຕິບັດ​ການ​ຕໍ່ສູ້​ຕ້ານ​ລັດທິ Aparthei ຢ່າງ​ມີ​ໄຊ. ທ່ານ​ປະທານາທິບໍດີ Jacob Zuma ຢືນຢັນ​ວ່າ: ອາ​ຟຼີກາ ​ໄດ້​ຖື ຫວຽດນາມ ​ແມ່​ນ​ເພື່ອນ​ມິດ, ​ແມ່ນ​ສຳພັນ​ທະມິດ​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ຫວັງ​ວ່າ 2 ປະ​ເທດ​ສືບ​ຕໍ່​ຮັດ​ແໜ້ນ​ການ​ພົວພັນ​ທຸກ​ດ້ານ, ​ໃນ​ນັ້ນ​ມີການ​ພົວພັນ​ລະ​ຫວ່າງ ANC ​ແລະ ພັກ​ກອມ​ມູນິດ ຫວຽດນາມ, 2 ປະ​ເທດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ເສດຖະກິດ​ການ​ຄ້າ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ ຟ້າ​ມບິ່ນ​ມິນ ​ມີ​ການ​ເຈລະຈາ​ກັບ​​ລັດຖະມົນຕີ​ກະຊວງ​ຮ່ວມ​ມື ​ແລະ ພົວພັນ​ສາກົນ ອາ​ຟຼີ​ກາ​ໃຕ້ Maite Nkoana Mashabane. ທ່ານລັດຖະມົນຕີ​ Maite Nkoana Mashabane ຢືນຢັນ​ວ່າ: ອາ​ຟຼີ​ກາ​ໃຕ້ ຖື​ເປັນ​ສຳຄັນ​ບົດບາດ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສສາກົນ, ຫວັງ​ວ່າຈະ​ຮັບ​ກາ​ນຊ່ວຍ​​ເຫຼືອ​ຈາກ ຫວຽດນາມ ​ເພື່ອ​​ໃຫ້ປະຊາ​ຄົມ​ພັດທະນາ​​ ອາ​ຟຼີ​ກາ​ໃຕ້ (SADC) ມີ​ການ​ພົ​ວພັນ​​ໂດຍ​ກົງ ​ແລະ ຢູ່​ໃນ​ລະ​ດັບ​ຫັນ​ເປັນ​ລະບອບ​ສູງ​ກ່ວາ​ກັບ ອາ​ຊຽນ. ທ່ານລັດຖະມົນຕີ ກໍ່​ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ​ແລະ ອາ​ຟຼີ​ກາ​ໃຕ້ ສືບ​ຕໍ່​ສົມທົບ​ກັນ, ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ ຢູ່​ເວທີ​​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຢູສະຫະ​ປະຊາ​ຊາດ, ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ​ໃຕ້ - ​ໃຕ້ ​ແລະ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ.

ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ລັດຖະມົນຕີ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ບັນດາການ​ເຄື່ອນ​ໄຫວ​ແລ​ກປ່ຽນ​ປະຊາຊົນ​, ສືບ​ຕໍ່​ຮັກສາ​ການ​ພົບ​ປະປະຈຳລະ​ຫວ່ງພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອງ​ປະຊຸມ​ໃຫຍ່​ຊົນ​ຊາ​ດ ອາ​ຟຼີ​ກາ​ (ANC), ຖື​ນີ້​ແມ່ນ​ພື້ນຖານ​ການ​ເມືອງ​ໜັກ​ແໜ້ນ​​ເພື່ອໃຫ້​​ການ​ຮ່ວມ​ມື 2 ປະ​ເທ​ດພັດທະນາ​ຮອບດ້ານ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ​ໃນ​ໄລຍະຈະ​ມາ​ເຖິງ. 2 ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ​ລະດັບ​ກ່ວາ 1 ຕື້ USD ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ແຮງ​ການ​ແລກປ່ຽນ​ເພື່ອ​ແນ​ໃສ່​ເຊັນ​ສັນ​ຍາ​ຫຼີກ​ເວັ້ນການເກັບ​ພາສີ​ຊ້ອນ ​ແລະ ສັນຍາ​ສົງ​ເສີມ ​ແລະ ອາລັກ​ຂາ​ການ​ລົງທຶນ, ສ້າງ​ກອບ​ກົດໝາຍ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ.

    ​ກໍ່ໃນ​ການ​ຢ້ຽມຢາມນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ​​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ອຸດສາຫະກຳ - ການ​ຄ້າ ອາ​ຟຼີ​ກາ​ໃຕ້  ​ແລະ ​ເປັນ​ປະທານ​ຮ່ວມ​ພິທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ຫວຽດນາມ - ອາ​ຟຼີ​ກາ​ໃຕ້ ຢູ່​ນະຄອນຫຼວງ Pretoria.

ຂ່າວ/ບົດ​ອື່ນ