(vovworld) – ຕອນຄຄຳ່ວັນທີ 25/6, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງພິທີຕອບສະໜອງວັນໂລກປ້ອງກັນ, ຕ້ານຢາເສບຕິດ ແລະ ວັນທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດປີ 2013. ດ້ວຍຫົວຂໍ້ວ່າ “ຕັດສິນໃຈສະກັດກັ້ນ ແລະ ຍູ້ໃຫ້ໄພຢາເສບຕິດໃຫ້ຖອຍໄປ”, ບັນດາການເຄື່ອນໄຫວຕອບສະໜອງວັນທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດປີນີ້ໄດ້ມຸ້ງໄປສູ່ຮາກຖານ, ຍົກສູງຄຸນນະພາບການເຄື່ອນໄຫວຂອງຖັນແຖວນັກໂຄສະນາ... ເອື້ອຍ ເຈີ່ນຮ່ວາງແຄ໋ງເວີນ, ຮອງຫົວໜ້າຄະນະແນວໂຮມ - ປ້ອງກັນຊາດປ້ອງກັນຄວາມສະຫງົບ - ເຂດຊຸມຊົນຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີ 2 ເນື້ອໃນ, ທີ 1 ແມ່ນບັນດາເພື່ອນຊາວໜຸ່ມທີ່ອ່ອນດ້ອຍ, ມີໄພຈະກໍ່ການກະທຳຜິດ, ພວກຂ້າພະເຈົ້າໄດ້ມີບັນດາແຜນການແນະນຳຄະນະຊາວໜຸ່ມຮາກຖານສຳພັດ, ໂຄສະນາອົບຮົມເຂົາເຈົ້າ. ທີ 2 ແມ່ນ, ສຳລັບບັນດາເພື່ອນຊາວໜຸ່ມພວມບຳບັດຢາເສບຕິດຢູ່ສູນ, ພວກຂ້າພະເຈົ້າຈະຊອກຮູ້ແນວຄິດຈິດໃຈຂອງເຂົາເຈົ້າເມື່ອກັບເມືອບ້ານຢາກໄດ້ຮຽນວີຊາຊີບຫຍັງ, ຢາກໄດ້ຮັບຄວາມຊ່ວຍເຫຼືອຄືແນວໃດ. ເພື່ອຈົດການເຄື່ອນໄຫວ, ເຊື້ອເຊີນພວກເພື່ອນເຈື່ອຈານເຂົ້າກັບວົງຄະນະຍາດ.”