ການເຄື່ອນໄຫວຕ່າງໆຕອບສະໜອງເດືອນກຳມະກອນ2014ຢູ່ແຂວງກວາງງ້າຍ
ການສັກຢາກັນພະຍາດ, ກວດພະຍາດໂດຍບໍ່ເສຍຄ່າ
(vovworld) - ໂດຍຕອບສະໜອງເດືອນກຳມະກອນປີ 2014, ບັນດາອົງການ, ໜ່ວຍງານ, ວິສາຫພກິດໃນແຂວງ ກວາງງ້າຍ ໄດ້ຈັດຕັ້ງການ ເຄື່ອນໄຫວທີ່ແທດຈິງຕ່າງໆ. ບັນດາອົງການກຳມະບານຂັ້ນພື້ນຖານຈັດຕັ້ງການກວດ - ປິ່ນປົວພະຍາດ, ສະໜອງຢ່ໂດຍບໍ່ເສຍຄ່າ, ໜູນຊ່ວຍການກໍ່ສ້າງ ”ເຮືອນແຫ່ງຄວາມອົບອຸ່ນຂອງກຳມະບານ” ໃຫ້ແກ່ກຳມະກອນຜູ້ທຸກຍາກ…ທ່ານ ເລເຕີ໋ນຕື໋, ຮອງປະທານສະຫະພັນແຮງງານແຂວງ ກວາງ
ງ້າຍ ໃຫ້ຮູ້ວ່າ:
“ອົງການກຳມະບານພວກຂ້າພະເຈົ້າພ້ອມກັບພະແນກອຸດສາຫະກຳ - ການຄ້າເຊັນສັນຍານຳເອົາສິນຄ້າ ຫວຽດນາມ ເຖິງບັນດາເຂດອຸດສາຫະກຳ, ເຖິງບັນດາວິສາຫະກິດຂາຍໃຫ້ປະຊາຊົນຜູ້ອອກແຮງງານ. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າໄດ້ສົມທົບກັບພະແນກສາທາລະນະສຸກສ້າງຕັ້ງຄະນະທ່ານໝໍເພື່ອກວດກາ, ໃຫ້ຄຳປຶກສາສຸຂະພາບ, ສະໜອງຢຸກຢາໂດຍບໍ່ຕ້ອງເສຍເງິນໃຫ້ແກ່ກຳມະກອນ; ສົມທົບກັບຄະນະຊາວໜຸ່ມຈັດຕັ້ງການໃຫ້ຄຳປຶກສາ, ກວດສຸຂະພາບໃຫ້ຊາວໜຸ່ມ, ເພື່ອເຮັດໃຫ້ການເຄື່ອນໄຫວນີ້ຢູ່ວິສາຫະກິດດຳເນີນໄປຢ່າງຟົດຟື້ນ”.