ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຊູແອດ-ຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຊູແອດ-ຫວຽດນາມ - ảnh 1
ການປະຊຸມຂ່າວຂອງສະຖານທູດ ຊູແອດ
(ພາບ: Thảo Nguyên)


(vovworld) – ​ກ່າວ​ຄຳ​ເຫັນ​ໄຂ​ລາຍການ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຊູ​ແອດ - ຫວຽດນາມ, ທີ່​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 21/1, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຊູ​ແອດ ປະຈຳ ຫວຽດນາມ Camilla Mellander ​ເນັ້ນ​ໜັກ​ວ່າ: ກ່ອນ​ນີ້ 45 ປີ, ຊູ​​ແອດ ​ແມ່ນ​ປະ​ເທດ​ຝ່າ​ຍຕາ​ເວັນ​ຕົກ​ແຫ່ງ​ທຳ​ອິດ​ສ້າງ​ຕັ້ງ​ການ​ພົວພັນ​ທາ​ງການ​ທູດ ກັບ ຫວຽດນາມ, ​ເລື່ອງ​ເຊັນ​ສັນຍາ​ການພົວພັນ​ທາງ​ການ​ທູດ 2 ຝ່າຍ​ລະຫວ່າງ ຊູ​ແອດ ​ແລະ ຫວຽດນາມ ​ໄດ້​ສ້າງ​ພື້ນຖານ​ຢ່າງ​ໝັ້ນຄົງໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມືໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ​ໃຫ້​​ 2 ປະ​ເທດ. ທ່ານ​ນາງເອກ​ອັກຄະ​ລັດຖະທູດ Camilla Mellander  ຢືນຢັນ ຊູ​ແອດ ອາດ​ຈະ​ສືບ​ຕໍ່​ປະກອບສ່ວນ​ມີ​ຄວາມ​ໝາຍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ ດ້ວຍການ​ເພີ່ມ​ທະວີ​ທາງ​ດ້ານ​ການ​ຄ້າ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ດຳ​​ເນີນ​ທຸລະ​ກິດ ​ແລະ ຊຸກຍູ້​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ ສາທາລະນະ​ສຸກ, ​ເຕັກ​ໂນ​ໂລ​ຢີຂຽວ.​.​.​ ບັນດາ​ຂະ​ແໜງ​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ຂອງ ຫວຽດນາມ ​ໃນ​ການ​ເຕີບ​ໂຕ​ຂຽວ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

    ​ກໍ່​ທີ່​ພິທີ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຊູ​​ແອດ ​ປະຈຳ ຫວຽດນາມ ໃຫ້​ຮູ້​ວ່າ: ​ໃນ​ປີ 2014 ນີ້, ສະຖານ​ທຸດ ຊູ​ແອດ ປະຈຳ ຫວຽດນາມ ຈະ​ສົບ​ທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ​ອົງການ​ກ່ຽວຂ້ອງ​ຂອງ ຫວຽດນາມ ຈັດ​ຕັ້ງ​ເຫດການ​ກ່ຽວ​ກັບ​ບັນດາ​ຫົວ​ຂໍ້​ຄື: ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ສີ​ລະ​ປະ, ການ​ສຶກສາ​.​..​ ​ເດືອ​ນລະ​ເທື່ອ​ໜຶ່ງ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຊູ​ແອດ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ