ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1
ພາບ​ປະ​ກອບ

(vovworld) - ​​​​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າ​ງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ ຈາກ​ຄວາມ​ຮູ້​ຕະຫຼອດຮອດ​ການ​ກະ​ທຳ, ນີ້ແມ່ນ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 19/5, ຢູ່​ເມືອງ ກູ່​ລາວ​ຢູງ, ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ຊອກ​ຈັງ ຈັດ​ຕັ້ງ.

        ໃນ​ວັນ​ທີ 19/5, ແຂວງ ແຄ໋ງ​ຮ່​ວາ ກໍ່​ໄດ້​ຈັດ​ຕັ້ງ​ວັນ​ບຸນ “ທ່ານ​ໝໍ​ໜຸ່ມ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ, ອາ​ສາ​ສະ​ໝັກ​ເພື່ອ​ສຸ​ຂະ​ພາບ​ຂອງວົງ​ຄະ​ນະ​ຍາດ​ປີ 2015”. ສະ​ມາ​ຄົມ​ທ່ານ​ໝໍ​ໜຸ່ມ​ແຂ​ວງ ແຄ໋ງ​ຮ່​ວາ ໄດ້​ກວດ ແລະ ສະ​ໜອງ​ຢຸກ​ຢາ​ໃຫ້​ກ່​ວາ 1.300 ຄົນ​ເຊິ່ງ​ແມ່ນ​ເປົ້າ​ໝາຍ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ. ຄະ​ນະ​ຊາວ​ໜຸ່ມ​ແຂວງ ດົ່ງ​ນາຍ ໄດ້​ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ​ຊາວ​ໜຸ່ມ​ດີ​ເດັ່ນ 250 ຄົນ, ພົບ​ປະ, ​ແລກ​ປ່ຽນ​ກັບ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ. ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ບີ່ງ​ທ້ວນ ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເຊິ່ງ​ແມ່ນ​ເຍົາ​ວະ​ຊົນ ແລະ ຮັບ​ຜິດ​ຊອບ​ວຽກ​ງານ​ຂອງກອງ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ໃນ​ແຂວງ 250 ຄົນ.

        ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ຍັງ​ໄດ້​ຈັດ​ຕັ້ງ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ຕອນ​ບ່າຍ​ວັນ​ທີ 19/5, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ໄທ - ຫວຽດ​ນາມ ຈັດ​ຕັ້ງ​ການ​ຢ້ຽມ​ຢາມ ແລະ ຖະ​ຫວາຍ​ດອກ​ໄມ້​ທູບ​ທຽນ​ຢູ່​ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ບ້ານ ຊຽງ​ວາງ, ເມືອງ ໜອງ​ບົກ, ແຂວງ ຄຳ​ມ່ວນ (ປະ​ເທດ​ລາວ) ແລະ ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ບ້ານ ນາ​ຈອກ, ຕາ​ແສງ ນອງ​ຍາດ, ເມືອງ ເມື່ອງ, ແຂວງ ນະ​ຄອນ​ພະ​ນົມ (ປະ​ເທດ​ໄທ).

    ຢູ່​ນະຄອນຫຼວງ​ກາຍ​ໂຣ, ບັນດາພະນັກງານ, ພາລະ​ກອນ​ສະຖານທູດຫວຽດນາມ ປະຈຳ​ອີຍີບ, ນັກ​ສຶກສາ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຫວຽດນາມ ປະຈຳ​ອີ​ຍີບ ​ໄດ້​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼ​ອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທ່ີ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຍີບ ດ່າວ​ແທງ​ຈຸ​ງ ສະ​ເໜີ​ໃຫ້​ບັນດາພະນັກງານ, ພາລະ​ກອນອົງການ​ຕ່າງ​ໜ້າ​ຂອງ​ຫວຽດນາມ ປະຈຳ​ອີ​ຍີບ ຍົກ​ສູງ​ຈິດ​ໃຈ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ, ມານະ​ພະຍາຍາມຮັກສາ ​ແລະ ​ເພີ່ມ​ພູນຄຸນ​ສ້າງ​​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ອີ​ຍີບ ​ເຊິ່ງ​ເພີ່ມ​ໄດ້​ກໍ່​ຕັ້ງ​ພື້ນຖານ​ແລ້ວ.

      ວັນ​ທີ 18/05, ຢູ່​ນະຄອນຫຼວງ Kiev, ປະ​ເທດ​ຢູ​ແກຼນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “​ໂຮ່ຈິ​ມິນ - ນັກ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ຍິ່ງ​ໃຫຍ່​ຂອງ​ສະຕະວັດ​ທີ 20”. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດຫວຽດນາມ - ຢູ​ແກຼນ, ພິ​ເສດ​ແມ່ນ​ລຸ້ນ​ລຸ່ມ ຮັບ​ຮູ້​​ບັນດາ​ການ​ປະກອບສ່ວນ​ຂອງ​ເພີ່ນ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຫວຽດນາມ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ