ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນຄອບຄົວຫວຽດນາມ28/6

ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນຄອບຄົວຫວຽດນາມ28/6 - ảnh 1
ງານວາງສະແດງຢູ່ຮ່າໂນ້ຍ

(vovworld) – ​ເພື່ອ​ສະ​ເຫຼີ​ມສະຫຼອງ​ 15 ປີ​ແຫ່ງ​ວັນ​ຄອບຄົວ ຫວຽດນາມ (28/6/2001 – 28/6/2016), ​ແຕ່​ວັນ​ທີ 14 – 28/6, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ເຫດການ “ມີ​ບ່ອນ​ໜຶ່ງ​ເພື່ອ​ກັບ​ເມືອ,ນັ້ນ​ແມ່ນ​ຄອບຄົວ”. ນີ້​ແມ່ນ​ລາຍການ​ດ້ວຍ​ຫຼາຍ​​ເຫດການ​​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​​ນະຄອນຫຼວງ ຮ່າ​ໂນ້ຍ. ພິ​ເສດ​, ​ໃນ​ຄຳ່​ຄືນ​ວັນ​ທີ 28/6, ຢູ່​ຫໍ​ວາງສະ​ແດງ ​ເວີນ​ໂຮ່ ຈະ​ດຳ​ເນີນ​ລາຍ​ການສະ​ແດງ​ສິລະ​ປະ ດ້ວຍ​ເນື້ອ​ໃນ​ທັງ​ໝົດ​ແມ່ນ​ເວົ້າ​ເຖິງ​ຄອບຄົວ. ລາຍການທີ່​ມີ​ຄວາມ​ໝາຍ​ນີ້​ຈະໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຊຸມ​ປີ​ຕໍ່ໆ​ໄປ ​ເພື່ອ​ສົ່ງ​ສານ​ທີ​ວ່າ“ມີ​ບ່ອນ​ໜຶ່ງ​ເພື່ອ​ກັບ​ເມືອ,ນັ້ນ​ແມ່ນ​ຄອບຄົວ” ​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ງານ​ວາງສະ​ແດງດ້ວຍ​ຫົວ​ຂໍ້ “ຄອບຄົວຫວຽດ” ຖືກ​ຈັດ​ຕັ້ງ​ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ, ສິລະ​ປະ ຫວຽດນາມ, ຮ່າ​ໂນ້ຍ ​​​ເນື່ອງ​ໃນ​ໂອກາດ​ນີ້, ​ໄດ້​ນຳ​ມາ​ວາງສະ​ແດງ​ຮູບ​ພາບ​ທີ່​ສວຍງາມ ​ແລະ ມີ​ຄວາມ​ໝາຍເກື​ອບ 100 ​ແຜ່ນ, ​ໃນ​ນັ້ນ​ໄດ້​​ເວົ້າ​ເຖິງ​ຄວາມ​ອົບ​ອຸ່ນ ​ແລະ​ ລຽບ​ງ່າຍ​ຂອງ​ຄອບຄົວ ຫວຽດນາມ​ໃນ​ທົ່ວ​ປະ​ເທດ.​ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ, ​ເອື້ອຍ ຫງວຽນ​ແທງ​ຊວນ​, ຊາວ ຫວຽດນາມ ອາ​ໄສ​ຢູ່ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ໃນ​ບັນດາ​ຮູບ​ພາບ​ຢູ່​ທີ່​ນີ້, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຮູບ​ພາບ​ທີ່​ມີ​ຄວາມ​ໝາຍຄື: ການ​ອຳ​ລາ​ຍາດຕິ​ພີ່ນ້ອງ​ຂອງ​ທະ​ຫານ​​ເຮືອ ​ເຈື່ອງ​ຊາ ຫຼື ຮູບ​ພາບຄອບຄົວ​ມີ 3 ລຸ້ນຄົນ​ຢູ່​ຮ່ວມ​ກັນ. ຂ້າພະ​ເຈົ້າ​ຄິດ​ວ່າ​ຫຼາຍ​ຄອບຄົວ​ມີ​ຄວາມ​ຜາ​ສຸກ​ຈະ​ປະກອບສ່ວນ​ໃຫ້​ສັງຄົມ​ດີງາມ​ກ່ວາ, ມະນຸດ​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ, ຊີວິດ​ສະຫງົບ​, ນັ້ນ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນທຸກໆ​ຄົນ.”



ຂ່າວ/ບົດ​ອື່ນ