(vovworld) - ໃນຂອບເຂດກອງປະຊຸມກະຈາຍສຽງ ອາຊີ ປີ 2013, ຕອນເຊົ້າວັນທີ 30/7, ໄດ້ດຳເນີນວາລະປະຊຸມ “ສິລະປະເລົ່າເລື່ອງ ແລະ ຮູບພາບຜ່ານລາຍານກະຈາຍສຽງ” ແລະ ວາລະປະຊຸມ “ບົດບາດຂອງການກະຈາຍສຽງໃນການເຊື່ອມຕໍ່ຜ່ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານ, ການຄາດຄະເນກ່ຽວກັບບັນດາຂໍ້ກຳນົດ”. ທ່ານນາງ ດັ້ງທິເຫ້ວ ຜູ້ອຳນວຍການລະບົບລາຍການກະຈາຍສຽງຊົນເຜົ່າຂອງ VOV ໃຫ້ຮູ້ວ່າ :
“ ສະເພາະກ້ານດົນຕີພື້ນເມືອງ, ພວກຂ້າພະເຈົ້າມີ 35 ລາຍການໂດຍລະບົບ ລາຍການກະຈາຍສຽງ VOV3 ຜະລິດ. ທາງດ້ານສິລະປະການສະແດງບົນເວທີ່ພື້ນເມືອງ, ພວກຂ້າພະເຈົ້າມີຫຼາຍລາຍການໂດຍລະບົບ ລາຍການກະຈາຍສຽງ VOV2 ຜະລິດ. ສ່ວນຂົງເຂດອື່ນໆ, ແມ່ນເກືອບທຸກໆລະບົບລາຍການ ກະຈາຍສຽງຂອງ VOV ຜະລິດ. ນັ້ນແມ່ນຍັງບໍ່ທັນຄິດໄລ່ເຖິງ 12 ລາຍການ ກະຈາຍສຽງເປັນພາສາຊົນເຜົ່າຊຶ່ງແນະນຳວັດທະນະທຳຂອງ 54 ຊົນເຜົ່າຫວຽດນາມ. ສິ່ງທີ່ສຳຄັນແມ່ນ 54 ຊົນເຜົ່າຫວຽດນາມ ລ້ວນແຕ່ເຂົ້າຮ່ວມລາຍການນີ້ ”
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 29/7, ໄດ້ດຳເນີນວາລະປຶກສາຫາລືຂອງກອງປະຊຸມທີ່ມີຫົວຂໍ້ວ່າ “ກະຈາຍສຽງບົນເສັ້ນທາງພັດທະນາ: ເຊື່ອມໂຍງເຂົ້າກັບສັງກາດໃໝ່”. ທີ່ວະປະຊຸມນີ້, ບັນດານັກບັນລະຍາຍໄດ້ສະແດງທັດສະນະກໍ່ຄືແບ່ງປັນບົດຮຽນເພື່ອແນໃສ່ພັດທະນາກະຈາຍສຽງໃນໄລຍະໃໝ່. ບັນດານັກບັນລະຍາຍຮັບຮູ້ວ່າ: ດ້ວຍຜູ້ຟັງເປັນຈຳນວນຫຼວງຫຼາຍຄືປະຈຸບັນ ກະຈາຍສຽງມີໂອກາດພັດທະນາຢ່າງແນ່ນອນ. ແຕ່ເພື່ອຕອບສະໜອງບັນດາຄຳຮຽກຮ້ອງນັບມື້ນັບສູງຂອງສັງຄົມ, ບັນດາວິທະຍຸກະຈາຍສຽງຕ້ອງມີຫົວຄິດປະດິດສ້າງ ແລະ ຮ່ວມມືຢ່າງມີປະສິດທິຜົນກ່ວາ. ຜູ້ອຳນວຍການໃຫຍ່ກິດຈະການພັດທະນາດຳເນີນທຸລະກິດຂອງກຸ່ມສື່ສານລາຊະອານາຈັກ ອັງກິດ ແລະ ອາຍແລນເໜືອ (BBC) Simon Kendall ເນັ້ນໜັກເຖິງບັນດາມາດຕະການຂອງ BBC ເພື່ອດຶງດູດຜູ້ຟັງວິທະຍຸວ່າ:
“ເພື່ອດຶງດູດຜູ້ຟັງເປັນຈຳນວນຫຼາຍ, ພວກຂ້າພະເຈົ້າຕ້ອງນຳໃຊ້ບັນດາເຄື່ອງອຸປະກອນເໝາະສົມກັບຜູ້ຟັງ, ພັດທະນາບັນດາລາຍການສື່ສານ ເພື່ອມີຈຳນວນຜູ້ຟັງເປັນປະຈຳ. ບັນດາລາຍການຖ່າຍທອດສົດ ແລະ ອອກອາກາດຕາມຄຳຮຽກຮ້ອງຂອງຜູ້ຟັງກໍ່ສຳຄັນທີ່ສຸດ. ພວກຂ້າພະເຈົ້າກໍ່ພັດທະນາບັນດາລາຍການກະຈາຍສຽງເປັນພາສາທ້ອງຖິ່ນ. ລາຍການນີ້ກໍ່ດຶງດູດຜູ້ຟັງຈຳນວນຫຼາຍ”
ໜຶ່ງໃນບັນດາເນື້ອໃນສຳຄັນທີ່ບັນດານັກປາຖະກະຖາເນັ້ນໜັກນັ້ນແມ່ນ: ການນຳໃຊ້ບັນດາເຄື່ອງອຸປະກອນເຄື່ອນທີ່. ປະຈຸບັນ, ຜູ້ຟັງພວມຊົມໃຊ້ບັນດາເຄື່ອງອຸປະກອນເຄື່ອນທີ່ເພື່ອຕິດຕາມຮັບຟັງລາຍການກະຈາຍສຽງໃນຈຸດເວລາສະດວກທີ່ສຸດ. ດັ່ງນັ້ນ, ທ່າອ່ຽງກະຈາຍສຽງເຄື່ອນທີ່ນີ້ແມ່ນໂອກາດດີທີ່ສຸດ ເພື່ອໃຫ້ບັນດາວິທະຍຸກະຈາຍສຽງພັດທະນາໃນອະນາຄົດ.