ການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ
(vovworld)- ການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ “ບໍລິຈາກເລືອດເພື່ອກອບກູ້ຊີວິດມະນຸດ ໂດຍໜັງສືພິມ ຕຽນຟອງ ສົມທົບກັບຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ແລະ ສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ຈັດຂຶ້ນ. ກ່າວຄຳເຫັນທີ່ການເຄື່ອນໄຫວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເນັ້ນໜັກວ່າ:
“ ຂະພະເຈົ້າສະເໜີ ບັນດາອົງການສຳນັກງານ, ຂະແໜງການວິຊາສະເພາະ ຂັ້ນຕ່າງໆ, ພິເສດແມ່ນບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງສາທາລະນະສຸກ ຄວນຍູ້ແຮງຂະບວນການເຄື່ອນໄຫວບໍລິຈາກເລືອດອາສາສະໝັກເພື່ອມະນຸດສະທຳໃຫ້ແກ່ປະຊາຊົນ, ເປັນແກ່ນສານເພື່ອໂຄສະນາໃຫ້ແກ່ບັນດາອົງການສຳນັກງານ, ອົງການຈັດຕັ້ງມະຫາຊົນ, ເປັນຕົ້ນແມ່ນໄວໜຸ່ມ ປະຕິບັດວຽກງານໂຄສະນາ ຂົນຂວາຍ, ດຳເນີນການບໍລິຈາກເລືອດ, ສົ່ງເລືອດດ້ວຍຄວາມປອດໄພ, ຮັບປະກັນການປະຕິບັດລະບອບໜູນຊ່ວຍໃຫ້ແກ່ຜູ້ບໍລິຈາກເລືອດເພື່ອປະກອບສ່ວນເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນໃຫ້ນັບມື້ນັບດີກວ່າເກົ່າ”