ທ່າກຳປັ່ນຫວູງອ໋າງ
|
(vovworld) - ໃນໂອກາດປີໃໝ່ສາກົນ, ຢູ່ກິດຈະກຳ, ໂຮງງານຕ່າງໆ, ບັນຍາກາດເຮັດວຽກຍັງຄົງດຳເນີນໄປຢ່າງຮີບດ່ວນ ເພື່ອແນໃສ່ຮັບປະກັນຄວາມຄືບໜ້າຂອງກິດຈະກຳ ແລະ ການເຄື່ອນໄຫວເປັນປົກກະຕິ. ຢູກິດຈະກຳກໍ່ສ້າງຂົວທາງຢາເລິມ, ທີ່ຂຶ້ນກັບໂຄງການກໍ່ສ້າງທາງຄວາມໄວສູງຮ່າໂນ້ຍ - ຫາຍຝ່ອງ, ກຳມະກອນເມົາມົວເຮັດວຽກ ເພື່ອຕອບສະໜອງຄວາມຕ້ອງການໄປມາທີ່ນັບມື້ນັບເພີ່ມຂຶ້ນ ແລະ ຫຼຸດຜ່ອນເວລາໄປມາລະຫວ່າງຮ່າໂນ້ຍ - ຫາຍຝ່ອງ ລົງ. ບັນຍາກາດເຮັດວຽກຢູ່ໂຄງການກໍ່ສ້າງທາງລົດໄຟຕົວເມືອງຮ່າໂນ້ຍ, ຕອນແຕ່ກາດລິງ - ຮ່າດົງ ທີ່ມີຄວາມຍາວ 13 ຫຼັກ ກໍ່ພວມດຳເນີນໄປຢ່າງຮີບຮັ່ງ. ບັນດາພະນັກງານ ແລະ ກຳມະກອນຢູ່ໂຮງງານໄຟຟ້າຮ່ວາບິ່ງ ກໍ່ພວມເຮັດວຽກ 24/24 ຊົ່ວໂມງ ເພື່ອຮັບປະກັນໃຫ້ໂຮງງານເຄື່ອນໄຫວຢ່າງປອດໄພ, ສະໜອງໄຟຟ້າເປັນປົກກະຕິໃຫ້ຕາໜ່າງໄຟຟ້າແຫ່ງຊາດ. ສ່ວນບັນດາທ່າກຳ່ປັ່ນ, ດ່ານຊາຍແດນ, ສະພາບການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າຜ່ານຊາຍແດນກໍ່ດຳເນີນໄປເປັນປົກກະຕິ.