ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາສະມາຊິກສະພາແຫ່ງຊາດ

(VOVWORLD) - ຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ທີ່ຫາກໍ່ດຳເນີນ
ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາສະມາຊິກສະພາແຫ່ງຊາດ - ảnh 1 ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພ້ອມກັບບັນດາສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ 

ຕອນເຊົ້າວັນທີ 27 ພະຈິກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຈ່ຽງເງີນ, ນະຄອນ ເຊີນລາ. ຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ທີ່ຫາກໍ່ດຳເນີນ ດ້ວຍຜົນສຳເລັດຢ່າງຈົບງາມ, ພ້ອມກັບບັນດາການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ເຊີນລາ ທີ່ກອງປະຊຸມສະໄໝສາມັນຄັ້ງນີ້.
ແລະກໍ່ໃນຕອນເຊົ້າວັນທີ 27 ພະຈິກ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພ້ອມກັບບັນດາສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ຫົວໜ່ວຍທີ 1 ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ອານບີງ ນະຄອນ ບຽນຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ