ການເຄ່ືອນໄຫວມຸ່ງໄປສູ່ການສະເຫລີມສະຫລອງ 67 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ

ການເຄ່ືອນໄຫວມຸ່ງໄປສູ່ການສະເຫລີມສະຫລອງ 67 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1
ພາບປະກອບ:internet

(vovworld)- ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ10/7 ຢູ່ ຮ່າ​ໂນ້ຍ, ຜູ້ຕາງຫນ້າ​ກະຊວງ​ແຮງ​ງານ, ທະຫານ​ເສ​ຍອົງຄະ​ ​ແລະ ສັງຄົມ​ຫວຽດນາມ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ​, ນັກຮົບ​​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ແມ່ນ​ກອງ​ປະຊຸມ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ທົ່ວ​ປະ​ເທດ​ປີ 2014 ຊື່​ງຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ກວ໋າງນາມ ​ແຕ່​ວັນ​ທີ 17-18/7. ນອກ​ນັ້ນ ຍັງ​ມີ​ການ​ເຄ່ືອນ​ໄຫວ​ຕອບ​ບູນ​ແທນ​ຄຸນ​ຫລາຍ​ຢ່າງ ກໍ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຫລາຍ​ທ້ອງ​ຖິ່ນ​. ທ່ານ ​ເຢືອງມີ​ງ​ໂດ, ຮອງ​ຫົວຫນ້າ​ກົມ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ສັງກັດ​ກະຊວງ​ແຮງ​ງານ​ທະຫານ​​ເສຍ​ອົງຄະ​​ ​ແລະ ສັງຄົມ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “​ໃນ​ໂອກາດ​ນີ້ຈະ​ຈັດການ​ເຄ່ືອນ​ໄຫວ​ຢື້​ຢາມ​ຖາມ​ຂ່າວ,​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ຢູ່​ສູນ​ເບິ່ງ​ແຍງ​ທະຫານ​ເສຍ​ອົງຄະ, ນັກຮົບ​ເຈັບ​ປວຍ. ນອກ​ນັ້ນ ບັນດາ​ທ້ອງ​ຖິ່ນ​ຫັກ​ເງິນ​ຈາກ​ງົບປະມານ​, ຂົນຂວາຍ​ວິ​ສາ​ຫະກິດຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ແກ່​ບັນດາຄອບຄົວ​ໃນ​ເປົ້າໝາ​ຍນະ​ໂຍບາຍ.”

 

 

ຂ່າວ/ບົດ​ອື່ນ