ພິທີອາໄລຫາປະຊາຊົນຖືກລູກລະເບີດອາເມລິກາເຂັ່ນຂ້າ 12/1972
ພາບເinternet
|
(vovworld)- ຕອນເຊົ້າວັນທີ 26/12, ພິທີອາໄລຫາປະຊາຊົນຖືກລູກລະເບີດອາເມລິກາເຂັ່ນຂ້າເມື່ອເດືອນ 12/1972 ຖືກຈັດຂຶ້ນຢູ່ອະນຸສາວາລີ ເຄີມທຽນ ເມືອງດົງດາ ນະຄອນຫລວງ ຮ່າໂນ້ຍ. ເຂົ້າຮ່ວມພິທີ, ມີທ່ານນາງ ຫງວຽນທິກິມເງິນ ຮອງປະທານສະພາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ແລະ ທ່ານ ຟ້າມກວາງຫງີ້, ເລຂາຄະນະພັກນະຄອນ ຮ່າໂນ້ຍ. ເດືອນ 12/1972, ອາເມລິກາ ໄດ້ປະຕິບັດການບຸກໂຈມຕີດ້ວຍເຮືອບິນ B 52 ເປັນຄັ້ງໃຫຍ່ບໍ່ທັນມີມາກອ່ນ ຈຸດປະສົງແມ່ນແນໃສ່ດັບສູນນະຄອນຫລວງ ຮ່າໂນ້ຍ ແລະ ບັນດາສະຖານທີ່ອື່ນ. ການບຸກໂຈມຕີໃນຕອນຄຳ່ວັນທີ 26/12/1972 ໄດ້ເຮັດໃຫ້ເຂດຊຸມຊົນຢູ່ຖະຫນົນ ເຄີມທຽນ ຮ່າໂນ້ຍ ຖືກທຳລາຍຢ່າງຫນັກຫນ່ວງ, ເຮັດໃຫ້ 278 ຄົນຖືກເສຍຊີວິດ ແລະ 290 ຄົນຖືກບາດເຈັບ.