ການເຄື່ອນໄຫວລະຫລິ້ນໃນບຸນເຕັດ
ພາບ:thethaovanhoa.vn
ຢູ່ນະຄອນ ໂຮ່ຈິມີນ, ງານບຸນ ດອກໄມ້ລະດູບານໃຫມ່ ຖືກຈັດຂຶ້ນຢູ່ ສວນສາທາລະນະ ຕາວດ່ານ ເມືອງ 1 ນະຄອນ ໂຮ່ຈິມີນ ໄດ້ດຶງດູດຈຳນວນນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ. ປ້າ ບູ່ຍທິເກວ ຢູ່ເມືອງ ຟູຍ້ວນ ນະຄອນ ໂຮ່ຈິມີນ ເວົ້າວ່າ:
“ ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນເມື່ອເຂົ້າຢ້ຽມຊົມດອກໄມ້. ຮີດຄອງປະເພນີນີ້ແມ່ນມີມາແຕ່ດົນນານແລ້ວ.ໃນໂອກາດປີໃຫມ່ ຂ້າພະເຈົ້າປາດຖະຫນາໃຫ້ທຸກຄົນມີໂຊກມີໄຊ ມີຄວາມຜາສຸກ, ສຸຂະພາບເຂັ້ມແຂງ.”
ບໍ່ພຽງແຕ່ໄປຢ້ຽມຊົມທິວທັດທຳມະຊາດເທົ່ານັ້ນ,ໃນຊຸມມື້ຕົ້ນລະດູບານໃຫມ່ກໍແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຄົນ ເຂົ້າຮ່ວມບັນດາການເຄື່ອນໄຫວລະຫລິ້ນຢ່ອນອາລົມ. ໄລ່ສະເພາະໃນ 3 ມື້ຕົ້ນລະດູບານໃຫມ່, ສວນສາທາລະນະວັດທະນະທຳ ເດີ່ມແຊນ ໄດ້ດຶງດູດແຂກຄົນປະມານ 220.000 ເທື່ອຄົນ.
ສ່ວນຢູ່ແຂວງ ທ໋າຍບີ່ງ, ອຳນາດການປົກຄອງ ແລະ ປະຊາຊົນໃນແຂວງ ກໍໄດ້ກະກຽມໃຫ້ແກ່ງານບຸນວັດແກວ ຊຶ່ງຈະຈັດຂຶ້ນໃນວັນທີ 4 ຂອງບຸນເຕັດ ຢູ່ ເມືອງ ຫວູທື ແຂວງ ທ໋າຍບີ່ງ. ທ່ານ ຫງວຽນວັນລວນ ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ທ໋າຍບີ່ງ ໃຫ້ຮູ້ວ່າ:
“ສຳລັບບັນດາການເຄື່ອນໄຫວຕົ້ນປີໃຫມ່,ແນວໂຮມປະເທດຊາດແຂວງ ໄດ້ຂົນຂວາຍປະຊາຊົນປະຕິບັດງານບຸນເປັນຢ່າງດີ, ຮັບປະກັນການປະຢັດ, ຄວາມປອດໄພ, ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ.”
ພ້ອມກັບບັນຍາກາດຕ້ອນຮັບປີໃຫມ່ຂອງ 54 ຊົນເຜົ່າອ້າຍນ້ອງ, ປະຊາຊົນຊົນເຜົ່າຂະແມ ຢູ່ ແຂວງ ຈາວີງ ກໍມີຄວາມເບີກບານມ່ວນຊື່ນຕ້ອນຮັບບຸນເຕັດ. ລຸງ ແທກຊາງ ຊາວຂະແມ ຢູ່ ບ້ານ ເກງຊາງ ຕາແສງ ຮ່ວາເລີ້ຍ ເມືອງ ເຈົາແທ່ນ ເວົ້າວ່າ:
“ຄວາມສາມັກຄີ ລະຫວ່າງຊາວກີງ ກັບ ຊາວຂະແມ ແມ່ນຫນຶ່ງດຽວ, ບຸນປີໃຫມ່ປະຈຳຊາດຜ່ານໄປ ງານບຸນ Chol Chnam ວຽນມາ, ສອງງານບຸນນີ້ກໍເຊັ່ນດຽວກັນ.”
ປີນີ້ ຊາວຂະແມໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນກວ່າ ເມື່ອບັນດານະໂຍບາຍລົງທຶນໃຫ້ແກ່ຊາວຊົນເຜົ່າຂະແມພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ພະອາຈານ ແທດອຸດ, ປະທານສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດ ເມືອງ ຕຽວເກີນ ຊຶ່ງແມ່ນຫນຶ່ງໃນບັນດາທ້ອງຖິ່ນມີຊາວຊົນເຜົ່າຂະແມດຳລົງຊີວິດເປັນຈຳນວນຫລວງຫລາຍໃຫ້ຮູ້ວ່າ: ປະຈຸບັນ ຊີວິດທາງດ້ານເສດຖະກິດຂອງຊາວຊົນເຜົ່າຂະແມ ໄດ້ມີການປ່ຽນແປງໂດຍພື້ນຖານ ນັບມື້ນັບມີຫລາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ ບືນຕົວຂຶ້ນສ້າງຄວາມຮັ່ງມີ, ຊີວິດທາງດ້ານວັດທະນະທຳກໍໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ.
“ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່ກ່ຽວກັບທຸກດ້ານ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ປະຈຸບັນ ສຳລັບຊາວຊົນເຜົ່າຂະແມຍັງຮັກສາງານບຸນປະເພນີຂອງຕົນ. ອຳນາດການປົກຄອງບໍ່ຈຳແນກຊາວກີງ ແລະ ຫລື ຊາວຂະແມ, ລ້ວນແຕ່ເອື້ອອຳນວຍຄວາມສະດວກ ແລະ ແຈກຢ່າຍຂອງຂວັນໃຫ້ແກ່ປະຊາຊົນ.”