ພາບປະກອບ
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຟີລິບປິນ (12/7/1976 – 12/7/2016). ຢູ່ສູນຈັດຕັ້ງການສະແດງສິລະປະ (ກົມສິລະປະກຳ) ໄດ້ຈັດຕັ້ງລາຍການສະແດງສິລະປະໃນຂອບເຂດ “ຊຸມວັນວັດທະນະທຳ ຟີລິບປິນ ຢູ່ ຫວຽດນາມ ປີ 2016”. ລາຍການສະແດງສິລະປະໄດ້ຈັດຕັ້ງໃນຕອນຄ່ຳວັນທີ 17/8 ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ຕອນຄ່ຳວັນທີ 18/8 ຢູ່ໂຮງລະຄອນ ລາມເຊີນ, ນະຄອນ ແທງຮ໋ວາ. ບັນດານັກສີລະປິນ ຟີລິບປິນ ໄດ້ສະແດງການເສບເຄື່ອງດົນຕີຕ່າງຄື: Violon, piano, guitar, cello ແລະ ຂຸ່ຍ.
ເນື່ອງໃນໂອກາດນີ້, ກໍ່ມີງານວາງສະແດງ “ມູນເຊື້ອ ແລະ ປະຈຸບັນ: ບັນດາຜະລິດຕະພັນທີ່ເປັນປະເພນີຂອງຊາວ ຟີລິບປິນ” ຢູ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ, ທີ່ຮ່າໂນ້ຍ.