ການເຄື່ອນໄຫວສົ່ງອອກ-ນຳເຂົ້າຢູ່ດ່ານຊາຍແດນລາວກາຍດຳເນີນໄປຢ່າງຟົດຟື້ນ

ການເຄື່ອນໄຫວສົ່ງອອກ-ນຳເຂົ້າຢູ່ດ່ານຊາຍແດນລາວກາຍດຳເນີນໄປຢ່າງຟົດຟື້ນ - ảnh 1
ດ່ານຊາຍແດນ ລາວກາຍ
(ພາບປະກອບ)


(vovworld) – ​ໃນ​ປະມານ​ໜຶ່ງ​​ເດືອນ​ມາ​ນີ້, ການ​ເຄື່ອນ​ໄຫວ​ການ​ຄ້າ, ສົ່ງ​ອອກ - ນຳ​ເຂົ້າ​ຢູ່​ດ່ານ​ຊາຍ​ແດນສາກົນ ລາວ​ກາຍ (​ເຊິ່ງ​ແມ່ນ​ດ່ານ​ຊາຍ​ແດນຕິດ​ກັບຈີນ) ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ​ເມື່ອ​ທຽບ​ໃສ່​ເດືອນ 4/2014 ​ແລະ ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ, ຍອກ​ຈຳນວນ​ສິນຄ້າ, ວົງ​ເງິນການ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ​ນີ້​ລ້ວນ​ແຕ່​ເພີ່ມ​ຂຶ້ນ.

    ຕາມ​ຕົວ​​ເລກ​ສະຖິຕິ​ຂອງ​ກົມ​ພາສີ ດ່ານ​ຊາຍ​ແດນ ລາວ​ກາຍ ​ແລ້ວ, ການ​ເຄື່ອນ​ໄຫວ​ສົ່ງ​ອອກ - ນຳ​ເຂົ້າ​ຍັງ​ຄົງ​​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ທ່ານ ຫງວຽນ​ກວຽດຖັ໋ງ, ຫົວໜ້າ​ກົມ​ພາສີ, ​ດ່ານ​ຊາຍ​ແດນ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

    “ວົງ​ເງິນ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ເດືອນ 5 ​ເພີ່ມ​ຂຶ້ນ 3% ​ເມື່ອ​ທຽບ​ກັບ​ເດືອນ 4/2014. ​ໄລຍະ​ຈະ​ມາ​ເຖິງ, ​ຜະລິດ​ຕະພັນ​ກະ​ເສດ​ບາງ​ປະ​ເທດຂອງ ຫວຽດນາມ ຈະ​ກ້າວ​ເຂົ້າ​ສູ່​ລະດູ​ການ​ເກັບ​ກຽວ ດັ່ງ​ນັ້ນ​ວົງ​​ເງິນສົ່ງອອກ​ຈະ​ເພີ່ມ​ຂຶ້ນ, ນອກນັ້ນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ​ວັດ​ຖຸດິບຮັບ​ໃຊ້​ການ​ຜະລິດຄື: ຟຸນ​ເຄມີ, ອຸປະກອນ​ກົນ​ຈັກ​.​.​.​ ດັ່ງ​ນັ້ນ​ວົງ​​ເງິນ​ຈະ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ກົມ​ພາສີ​ດ່ານ​ຊາຍ​ແດນ ລາວ​ກາຍ ຍາມ​ໃດ​ກໍ່ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສົ່ງ​ອອກ - ນຳ​ເຂົ້າ, ລົງທຶນ​ໃນ​ບໍລິ​ເວນ​ແຂວງ.”

ຂ່າວ/ບົດ​ອື່ນ