ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດອາເມລິກາ
|
(vovworld) – ວັນທີ 3/7, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ຝາກໂທລະເລກເຖິງທ່ານ Barack Obama, ປະທານາທິບໍດີ ສະຫະລັດ ອາເມລິກາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 239 ປີແຫ່ງວັນຊາດ ອາເມລິກາ (04/7/1779 – 04/07/2015). ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກໍໄດ້ຝາກໂທລະເລກເຖິງທ່ານ Joseph Biden, ປະທານສະພາສູງ ອາເມລິກາ ແລະ ທ່ານ John Boehner, ປະທານສະພາຕ່ຳ ອາເມລິກາ. ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຝາກໂທລະເລກອວຍພອນເຖິງທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ.
ກໍໃນວັນທີ 3/7, ຢູ່ ວັນມ໋ຽວ - ກວກຕື໋ຢາມ ( ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ) ທີ່ຮ່າໂນ້ຍ ໄດ້ດຳເນີນພິທີມອບລາງວັນການເສັງຮູບຖ່າຍ ແລະ ງານວາງສະແດງ “ການພົວພັນ ຫວຽດນາມ - ອາເມລິກາ ແລະ ປະເທດ ອາເມລິກາ”. ທ່ານປະທານສະມາຄົມ ຫວຽດນາມ - ອາເມລິກາ ຫງວຽນເຕີມຈ໋ຽນ ໃຫ້ຮູ້ວ່າ: ການເສັງ ແລະ ງານວາງສະແດງແມ່ນໜຶ່ງບັນດາການເຄື່ອນໄຫວໄດ້ຮັບການຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ສ້າງການພົວພັນ ຫວຽດນາມ - ອາເມລິກາ ເປັນປົກກະຕິ (11/7/1995 – 11/7/2015), ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ພົວພັນແລກປ່ຽນປະຊາຊົນ ຫວຽດນາມ ແລະ ປະຊາຊົນ ອາເມລິກາ…