(vovworld) – ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ (30/4) ດຳເນີນຢ່າງຟົດຟື້ນໃນທົ່ວປະເທດ. ຕອນຄຳ່ວັນທີ 30/4 ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນພິທີຍິງບັ້ງໄຟດອກໄລຍະຕຳ່, ກໍ່ຄືຈັດຕັ້ງການເຄື່ອນໄຫວວັດທະນະທຳເພື່ອຂຳ່ນັບຊົມເຊີຍ. ຕອນຄຳ່ຂອງວັນດຽວກັນ, ແຂວງດ້ຽນບຽນກໍ່ຈັດຕັ້ງການສະແດງດົນຕີ “ປະເທດຊາດເປັນເອກະພາບຢ່າງສົມບູນ“ ດ້ວຍບັນດາບົດເພງຍ້ອງຍໍພັກ, ຍ້ອງຍໍລຸງໂຮ່ ແລະ ຄົນດ້ຽນບຽນ. ແຂວງອານຢາງກໍ່ຈັດຕັ້ງງານພົບປະແລກປ່ຽນ ເພື່ອແນໃສ່ຢັ້ງຢືນ, ເຊີດຊູ ບັ້ນຮົບທີ່ແກ່ຍາວ 128 ວັນ ແລະ ຄືນ ຂອງທະຫານ, ປະກອບສ່ວນສ້າງເປັນໄຊຊະນະໃນລະດູບານໃໝ່ 1975. ຢູ່ເທດສະບານຊາປາ, ແຂວງລາວກາຍກໍ່ຈັດງານບຸນຕ່າງໆຄື: ງານບຸນເປົ່າແຄນ, ເປົ່າປີ່, ງານບຸນແຫ່ງຄວາມຮັກ,ງານບຸນການຄ້າທ່ອງທ່ຽວຊາປາປີ 2013. ທ່ານ ຫງວຽນງອກຮິງ, ຮອງປະທານຄະນະກຳມະການປະຊາຊົນເມືອງຊາປາ, ໃຫ້ຮູ້ວ່າ:
“ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີ, ສົ່ງເສີມການຄ້າ, ໂຄສະນາໃຫ້ແກ່ການທ່ອງທ່ຽວຊາປາ, ນີ້ກໍ່ແມ່ນໂອກາດເພື່ອແລກປ່ຽນຄ້າຂາຍສິນຄ້າລະຫວ່າງເຂດພາກຕ່າງໆໃນທົ່ວປະເທດ. ຜ່ານນີ້, ບັນດາວິສາຫະກິດ, ນັກລົງທຶນ, ນັກຜະລິດຈະນຳຜະລິດຕະພັນຂອງຕົນມາຊາປາ ເພື່ອແນໃສ່ພັດທະນາເສດຖະກິດ ແລະ ການທ່ອງທ່ຽວຢູ່ຊາປາ.“