(vovworld) – ວັນທີ 18/10, ຢູ່ສູນການຄ້າຮ່າໂນ້ຍທີ່ນະຄອນຫຼວງ ມົດສກູ, ສະຫະພັນລັດເຊຍ, ສະມາຄົມຮ່ວມບ້ານເກີດແຂວງ ເງະອານ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 4ປີແຫ່ງວັນສ້າງຕັ້ງ (2011 -2014) ແລະ ສະເຫຼີມສະຫຼອງວັນແມ່ຍິງຫວຽດນາມ 20/10. ເຂົ້າຮ່ວມພິທີສະເຫຼີມສະຫຼອງພ້ອມກັບພໍ່ແມ່ປະຊາຊົນ, ມີຜູ້ຕາງໜ້າບາງຂະແໜງການຂອງສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ພ້ອມກັບຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ. ໄລຍະຜ່ານມາ, ສະມາຄົມຮ່ວມບ້ານເກີດແຂວງ ເງະອານ ຍາມໃດກໍ່ອ່ວາຍເມືອຫາບ້ານເກີດເມືອງນອນດ້ວຍຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄດ້ປະກອບສ່ວນຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ແມ່ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເດັກພິການ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ.
ແລະກໍ່ໃນວັນດຽວກັນ, ຢູ່ ສ.ເຊັກ, ປະຊາຄົມຊາວ ຫວຽດນາມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ. ບັນດາການເຄື່ອນໄຫວຖືກຈັດຕັ້ງໃນລະຫວ່າງວັນທີ 17 – 19/10 ປີນີ້ໄດ້ກາຍເປັນເຫດການອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ ແລະ ເຊີດຊູວັດທະນະທຳ ຫວຽດນາມ. ພາຍໃຕ້ຫຼາຍຮູບແບບ ແລະ ຂອບຂະໜາດແຕກຕ່າງກັນ, ພໍ່ແມ່ປະຊາຊົນ, ພະນັກງານ, ນັກຮຽນ, ນັກສຶກສາ ຫວຽດນາມ ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ ເຊັກ ໄດ້ເຂົ້າຮ່ວມການເຄື່ອນໄຫວວົງຄະນະຍາດຕ່າງໆ ທີ່ອ່ວາຍເມືອຫາບ້ານເກີດເມືອງນອນ.