(vovworld) - ຕອນຄໍ່າວັນທີ 30/8, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ 2/9 ຢູ່ນະຄອນຫຼວງ ພະນົມເປັນ. ເຂົ້າຮ່ວມງານລ້ຽງມີທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Somrin, ທ່ານນາງຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ Men Sam On, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ Khieu Kanharith, ບັນດາເຈົ້າໜ້າທີ່ຂັ້ນສູງຂອງກຳປູເຈຍ ແລະ ຜູ້ຕາງໜ້າວິສາຫະກິດຂອງຫວຽດນາມ ຊຶ່ງພວມເຄື່ອນໄຫວ ຢູ່ກຳປູເຈຍ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດຫວຽດນາມ Ngo Anh Dung ໄດ້ຢືນຢັນວ່າ ຫວຽດນາມ ຢືດໝັ້ນການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແລະ ເປີດກວ້າງ, ເປັນເພື່ອນ ແລະ ແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບໃນວົງຄະນະຍາດສາກົນ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ໄວ້ເນື້ອເຊື່ອໃຈ, ສັດຊື່, ຮ່ວມເດີນທາງພ້ອມກັບກຳປູເຈຍ, ຊຶ່ງປະຈຸບັນພວມເປັນປະທານອາຊຽນ ແລະ ບັນດາປະເທດສະມາຊິກອື່ນໆ ເພື່ອສ້າງອາຊຽນ ກາຍເປັນປະຊາຄົມເຂັ້ມແຂງ. ທ່ານເລຂາກະຊວງຖະແຫຼງຂ່າວກຳປູເຈຍໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນດີງາມລະຫວ່າງກຳປູເຈຍ ແລະ ຫວຽດນາມ ນັບມື້ນັບໝັ້ນຄົງຂະໜົງແກ່ນ.