(vovworld) - ຕອນຄໍ່າວັນທີ 04/01, ຢູ່ນະຄອນໂຮ່ຈິມິນ, ສະມາຄົມບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ອີນເດຍ ແລະ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄແນ ສົມທົບກັບກົງສູນໃຫຍ່ອີນເດຍ ປະຈຳນະຄອນ, ຈັດຕັ້ງງານສະແດງຂອງຄະນະສີລະປະຟ້ອນ Shwass. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ໄດ້ຈັດຂຶ້ນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອີນເດຍ ແລະ ອັດປີມິດຕະພາບ 2012 ລະຫວ່າງສອງປະເທດ. ຜ່ານບັນດາລາຍການສະແດງບົດເພງ, ວາດຟ້ອນໂດຍປະສານກັບສຽງດົນຕີທັນສະໄໝ, ປະຊາຊົນນະຄອນມີໂອກາດເຂົ້າໃຈບັນດາຈຸດວັດທະນະທຳພິເສດກ່ຽວກັບຮີດຄອງປະເພນີ ແລະ ຈິດໃຈຂອງຊາວອີນເດຍ ຫຼາຍກວ່າອີກ. ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມສາມັກຄີກວ່າອີກ ລະຫວ່າງປະຊາຊົນສອງປະເທດເວົ້າລວມ, ປະຊາຊົນນະຄອນໂຮ່ຈິມິນ ແລະ ປະຊາຊົນອີນເດຍ ເວົ້າສະເພາະ. ນະທີ່ນີ້, ທ່ານ K. Chiranjeevi, ລັດຖະມົນຕີທ່ອງທ່ຽວອີນເດຍໃຫ້ຮູ້ວ່າ.
“ໃນ 12 ເດືອນຜ່ານມາ, ມີຫຼາຍເຫດການສຳຄັນເຊີດຊູຄວາມສາມັກຄີລະຫວ່າງອີນເດຍ ກັບບັນດາປະເທດອາຊຽນເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ເຊິ່ງໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນ. ດ້ວຍນະໂຍບາຍມຸ່ງໄປສູ້ທິດຕາເວັນອອກຂອງລັດຖະບານອີນເດຍ, ພວກຂ້າພະເຂົ້າມານະພະຍາຍາມຈົດສຸດຄວາມສາມາດເພື່ອເພີ່ມທະວີລັກສະນະຕົວຈິງເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃນບັນດາຂົງເຂດຮ່ວມມືຄືປ້ອງກັນຊາດ, ເສດຖະກິດ, ວິທະຍາສາດການສຶກສາ ແລະ ວັດທະນະທຳ. ການລົງທຶນຂອງອີນເດຍ ເຂົ້າຫວຽດນາມ ລື່ນກາຍຕົວເລກ 800 ລ້ານ USD, ຈຳນວນແຂກທ່ອງທ່ຽວລະຫວ່າງຫວຽດນາມ - ອີນເດຍ ກໍ່ເພີ່ມຂຶ້ນປະມານ 15 – 20%. ຂ້າພະເຈົ້າຫວັງວ່າ, ດ້ວຍຈຳນວນນັກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນ, ສາຍການບິນໂດຍກົງລະຫວ່າງອີນເດຍ - ຫວຽດນາມ ຈະມີຄວາມສາມາດເປັນໄປໄດ້ ແລະ ຈະນຳເຂົ້າຂຸດຄົ້ນໂດຍໄວ”.