ການເຄື່ອນໄຫວສະເຫຼີມສະຫຼອງ67ປິແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ(27/7)
ການເບິ່ງແຍງສຸຂະພາບໃຫ້ທະຫານເປັນປວຍ
(ພາບ: TTXVN)
(vovworld) – ວັນທີ 21/7, ຄະນະກຳມະການປະຊາຊົນນະຄອນ ດ່າໜັ້ງ ໄດ້ຈັດຕັ້ງພິທີມອບຫຼຽນໄຊເອກະລາດໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ 47 ຄອບຄົວ. ກ່າວຄຳເຫັນທີ່ພິທີ, ທ່ານ ວັນຫຶວຈ່ຽນ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັ້ງ, ສະແດງຄວາມຂອບອົກຂອບໃຈເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ. ທ່ານຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບ, ຮູ້ບຸນຄຸນຕໍ່ການອຸທິດສ່ວນ ແລະ ການເສຍສະຫຼະອັນສູງສົ່ງຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ມີຄວາມຮັບຜິດຊອບປະຕິບັດບັນດາລະບອບນະໂຍບາຍທີ່ມີຕໍ່ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານ ວັນຫຶວຈ່ຽນ ກໍ່ສະແດງຄວາມເຊື່ອໝັ້ນວ່າ: ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງລຸ້ນພໍ່ລຸ້ນອ້າຍ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສົມເປັນແບບຢ່າງໃຫ້ລຸ້ນລູກ, ຫຼານປະຕິບັດຕາມ.
ເນື່ອງໃນໂອກາດນີ້, ຄອບຄົວມີຄູນງາມຄວາມດີຕໍ່ການປະຕິວັດແຂວງດົ່ງນາຍ 18.000 ຄອບຄົວ, ນອກຈາກໄດ້ຮັບຂອງຂວັນຈາກປະທານປະເທດແລ້ວ, ຍັງໄດ້ຮັບການໜູນຊ່ວຍຄອບຄົວລະ 700.000 ດົ່ງຈາກແຂວງດົ່ງນາຍອີກ. ໃນຂະນະນັ້ນ, ແຂວງ ຟູ໋ທໍ້ໄດ້ຫັກເງິນກ່ວາ 530 ລ້ານດົ່ງຈາກງົບປະມານຂອງທ້ອງຖີ່ນເພື່ອຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ເກືອບ 800 ຄົນທີ່ຂຶ້ນກັບເປົ້າໝາຍຄອບຄົວນະໂຍບາຍ, ທະຫານເສຍອົງຄະຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ.